ທ່ານ​ພົນ​ເອກ ຟານ​ວັນ​ຢາງ ຮຽກ​ຮ້ອງ​ການເຄົາ​ລົບ​ຜົນ​ປະ​ໂຫຍດ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ບັນ​ດາ​ປະ​ເທດ ເພື່ອ​ພ້ອມ​ກັນ​ສ້າງ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ

(VOVWORLD) - ຜ່ານເວທີປາໄສ ຊຽງຊານ ປັກກິ່ງ ຫວຽດນາມ ໄດ້ຢັ້ງຢືນບົດບາດຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງຕໍ່ບັນດາບັນຫາສາກົນ ແລະ ພາກພື້ນ.
ທ່ານ​ພົນ​ເອກ ຟານ​ວັນ​ຢາງ ຮຽກ​ຮ້ອງ​ການເຄົາ​ລົບ​ຜົນ​ປະ​ໂຫຍດ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ບັນ​ດາ​ປະ​ເທດ ເພື່ອ​ພ້ອມ​ກັນ​ສ້າງ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ - ảnh 1ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນຊາດ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ (ພາບ: TTXVN)

ຕອນເຊົ້າວັນທີ 30 ຕຸລາ, ເວທີປາໄສ ຊຽງຊານ ປັກກິ່ງ ຄັ້ງທີ 10 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ປັກກິ່ງ ຂອງຈີນ. ກ່າວຄຳເຫັນທີ່ວາລະຄົບຄະນະ ດ້ວຍຫົວຂໍ້ “ບົດບາດຂອງບັນດາປະເທດ ພວມພັດທະນາໃນຄວາມໝັ້ນຄົງທົ່ວໂລກ”, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຊີ້ແຈ້ງວ່າ ທຸກປະເທດລ້ວນແຕ່ມີຄວາມຫວັງ ມີສະພາບແວດລ້ອມຄວາມໝັ້ນຄົງຢ່າງຮອບດ້ານ, ມີການເຊື່ອມຕໍ່, ການເຊື່ອມໂຍງ, ມີຄວາມກົມກຽວ ໃນທຸກຂົງເຂດ; ຜົນປະໂຫຍດ, ຄວາມໝັ້ນຄົງ ຂອງບັນດາປະເທດນ້ອຍຫຼືໃຫຍ່, ປະເທດພັດທະນາ ຫຼື ປະເທດພວມພັດທະນາ ລ້ວນແຕ່ ຕ້ອງໄດ້ຮັບຄວາມເຂົ້າໃຈ, ຮັບຮູ້ ແລະ ເຄົາລົບເພື່ອພ້ອມກັນສ້າງສັນຕິພາບ ແລະ ພັດທະນາ. ທ່ານລັດຖະມົນຕີ ຟານວັນຢາງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍປ້ອງກັນຊາດສັນຕິພາບ, ປ້ອງກັນຕົວ; ຫັນດີເປັນເອກະພາບຕໍ່ການປະຕິບັດແຜນນະໂຍບາຍບໍ່ເຂົ້າຮ່ວມການຮ່ວມສຳພັນດ້ານການທະຫານ, ບໍ່ເຊື່ອມຕໍ່ກັບປະເທດນີ້ ຕ້ານປະເທດອື່ນ, ບໍ່ອະນຸຍາດໃຫ້ປະເທດນີ້ສ້າງຖານທີ່ໝັ້ນການທະຫານ ຫຼື ນຳໃຊ້ຜືນແຜ່ນດິນ ຫວຽດນາມ ເພື່ອຕ້ານປະເທດອື່ນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ ໃນການພົວພັນສາກົນ.

ທ່ານພົນເອກ ຟານວັນຢາງ ໃຫ້ຮູ້ວ່າ ຜ່ານເວທີປາໄສ ຊຽງຊານ ປັກກິ່ງ ແລະ ເວທີປາໄສຫຼາຍຝ່າຍກ່ຽວກັບການທະຫານ, ການປ້ອງກັນຊາດ, ການປ້ອງກັນຄວາມໝັ້ນຄົງຕ່າງໆ, ການຈັດສົ່ງກຳລັງເຂົ້າຮ່ວມການຮັກສາສັນຕິພາບ ຂອງ ສປຊ, ຫວຽດນາມ ໄດ້ຢັ້ງຢືນບົດບາດຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບສູງຕໍ່ບັນດາບັນຫາສາກົນ ແລະ ພາກພື້ນ.

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ຟານວັນຢາງ ມີການພົບປະສອງຝ່າຍກັບ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໝອນ ຈັນຍາລາດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ Tea Seiha ແລະ ທ່ານເລຂາທິການໃຫຍ່ ອາຊຽນ Kao Kim Hourn.

ຕອບກັບ

ຂ່າວ/ບົດ​ອື່ນ