ທ່ານພົນເອກ ໂງຊວນລິກ ຕ້ອນຮັບ ທ່ານລັດຖະມົນຕີ ກະຊວງພາຍໃນ ກໍາປູເຈຍ

(VOVWORLD) - ວັນທີ 14 ມີນາ, ທີ່ສໍານັກງານ ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນເອກ Teng Savong, ລັດຖະມົນຕີກະຊວງພາຍໃນ ລາຊະອານາຈັກ ກໍາປູເຈຍ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
ທ່ານພົນເອກ ໂງຊວນລິກ ຕ້ອນຮັບ ທ່ານລັດຖະມົນຕີ ກະຊວງພາຍໃນ ກໍາປູເຈຍ - ảnh 1 ທ່ານ ພົນເອກ ໂງຊວນລິກ ຕ້ອນຮັບ ທ່ານພົນເອກ Teng Savong (ພາບ: qdnd.vn)

ວັນທີ 14 ມີນາ, ທີ່ສໍານັກງານ ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານພົນເອກ Teng Savong, ລັດຖະມົນຕີກະຊວງພາຍໃນ ລາຊະອານາຈັກ ກໍາປູເຈຍ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ພົນເອກ ໂງຊວນລິກ ໄດ້ຊົມເຊີຍບັນດາຜົນງານທີ່ ກໍາປູເຈຍບັນລຸໄດ້ ໃນບັນດາຂົງເຂດ ດ້ານ ເສດຖະກິດ,  ການເມືອງ ແລະ ສັງຄົມ. ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງຂະແໜງກົດລັບຂອງສອງປະເທດໃນໄລຍະຜ່ານມາ. ທ່ານ ພົນເອກ ໂງຊວນລິກ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຍູ້ແຮງການຮ່ວມມື, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການແລກປ່ຽນຄະນະຜູ້ແທນ, ບໍາລຸງສ້າງ, ເຝິກອົບໂຮມໃຫ້ພະນັກງານ, ຜ່ານນັ້ນ ປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີ, ບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງຫວຽດນາມ ແລະ ກໍາປູເຈຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ