ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ: ຖະ​ແຫຼງ​ຂ່າວ​ການ​ຕ່າງ​ປະ​ເທດ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຜົນ​ງານ​ລວມ​ຂອງ​ທົ່ວ​ປະ​ເທດ

(VOVWORLD) -ວັນທີ 19 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການພົບປະຕົ້ນປີໃໝ່ກັບບັນດາອົງການສື່ມວນຊົນ ຫວຽດນາມ.

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ: ຖະ​ແຫຼງ​ຂ່າວ​ການ​ຕ່າງ​ປະ​ເທດ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຜົນ​ງານ​ລວມ​ຂອງ​ທົ່ວ​ປະ​ເທດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ພົບປະກັບບັນດາອົງການສື່ມວນຊົນ ຫວຽດນາມ (ພາບ: TTXVN)

ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຫວນຄືນບາງຜົນງານທີ່ພົ້ນເດັ່ນຂອງຂະແໜງການຕ່າງປະເທດ ໃນປີ 2022 ຄື: ຜັນຂະຫຍາຍຜົນສຳເລັດ ຂອງ 70 ປີແຫ່ງການເຄື່ອນໄຫວທາງການທູດຂອງຂອງການນຳຫຼັກແຫຼ່ງ, ແບ່ງປັນ ບົດຮຽນປະສົບການ ໃຫ້ບັນດາປະເທດ ປະກອບສ່ວນຄວບຄຸມພະຍາດໂຄວິດ - 19 ປະສົບຜົນສຳເລັດ, ຍົກສູງຖານະບົດບາດ ແລະ ອິດທິພົນຊື່ສຽງສາກົນຂອງປະເທດຢູ່ບັນດາເວທີປາໄສສາກົນ, ຮ່ວມເດີນທາງພ້ອມກັບບັນດາທ້ອງຖິ່ນໃນການຜັນຂະຫຍາຍການທູດເສດຖະກິດ, ບັນລຸໄດ້ຫຼາຍໝາກຜົນທີ່ສຳຄັນໃນວຽກງານປົກປ້ອງພົນລະເມືອງ.

ເມື່ອຕີລາຄາກ່ຽວກັບວຽກງານຖະແຫຼງຂ່າວການຕ່າງປະເທດ, ທ່ານລັດຖະມົນຕີ ບຸຍແທັງເຊີນເນັ້ນໜັກວ່າ ການຖະແຫຼງຂ່າວການຕ່າງປະເທດແມ່ນຈຸດພົ້ນເດັ່ນ, ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງທົ່ວປະເທດກໍ່ຄືຂອງຂະແໜງ ການທູດ.

ຕາງໜ້າບັນດາອົງການສື່ມວນຊົນ, ທ່ານຮອງຜູ້ອຳນວຍການໃຫຍ່ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ໂງມິງຫຽນ ກ່າວຄຳເຫັນວ່າ ໂດຍຕີລາຄາສູງບັນດາຜົນງານເຊິ່ງກະຊວງການຕ່າງປະເທດຫວຽດນາມບັນລຸໄດ້ໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ