ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ ເຂົ້າ​ຮ່ວມ​ວັນ​ ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ ຢູ່​ແຂວງ ດ້ຽນ​ບຽນ

(VOVWORLD) -ວັນທີ 14 ພະຈິກ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ໄດ້ເຂົ້າຮ່ວມວັນບຸນ ມະຫາສາມັກຄີ ທົ່ວປວງຊົນທັງຊາດ ປີ 2021 ຢູ່ຕາແສງ ຝີຢື, ເມືອງ ດ້ຽນບຽນດົງ, ແຂວງ ດ້ຽນບຽນ.

ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ ເຂົ້າ​ຮ່ວມ​ວັນ​ ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນທັງ​ຊາດ ຢູ່​ແຂວງ ດ້ຽນ​ບຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມ ວັນບຸນ (ພາບ:  qdnd.vn)

ກ່າວຄຳເຫັນທີ່ວັນບຸນ, ທ່ານລັດຖະມົນຕີ ໂຕເລິມ ມີຄວາມປາດຖະໜາຢາກໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າໃນບໍລິເວນແຂວງ ດ້ຽນບຽນ ສືບຕໍ່ຕັ້ງໜ້າຮ່ວມແຮງຮ່ວມໃຈ ກັບກຳລັງຕຳຫຼວດ ໃນວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽນຮຽບຮ້ອຍ ເວົ້າລວມ ແລະ ການສ້ອມແປງ, ກໍ່ສ້າງເຮືອນຢູ່ ເພື່ອໃຫ້ພໍ່ແມ່ປະຊາຊົນມີບ່ອນພັກພາອາໄສທີ່ເປັນປົກກະຕິໂດຍໄວ. ຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ ໃນບໍລິເວນແຂວງ ດ້ຽນບຽນ, ບັນດາອົງການຈັດຕັ້ງມະຫາຊົນ ສືບຕໍ່ ລະດົມກຳລັງໃຈແກ່ ພໍ່ແມ່ປະຊາຊົນ ເພີ່ມທະວີກຳລັງແຮງ ກຸ່ມກ້ອນມະຫາສາມັກຄີ, ປະຕິບັດ ບັນດາໜ້າທີ່ການເມືອງ - ເສດຖະກິດ, ວັດທະນະທຳ - ສັງຄົມຂອງ ທ້ອງຖິ່ນ ໃຫ້ປະສົບຜົນສຳເລັດ, ຈັດຕັ້ງບັນດາຂະບວນການແຂ່ງຂັນຮັກຊາດ ໃຫ້ເປັນຢ່າງດີ, ລະດົມໃຈແກ່ບັນດາແບບຢ່າງທີ່ກ້າວໜ້າ, ບັນດາໝູ່ຄະນະ ແລະສ່ວນບຸກຄົນດີເດັ່ນ ສ້າງທ່າແຂ່ງຂັນໃໝ່.

ໃນໂອກາດນີ້, ກະຊວງຕຳຫຼວດ ໄດ້ໜູນຊວ່ຍເງິນເປັນຈຳນວນ 55 ຕື້ດົ່ງ ເພື່ອສືບຕໍ່ກໍ່ສ້າງ, ສ້ອມແປງ ເຮືອນ 1.100 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ ດ້ຽນບຽນ. ທ່ານລັດຖະມົນຕີ ໂຕເລິມ ໄດ້ປຸກລະດົມ ແລະ ສະໜັບສະໜູນ ກອງທຶນສົ່ງເສີມການຮຽນ ເມືອງ ດ້ຽນບຽນດົງ ເປັນຈຳນວນເງິນ 500 ລ້ານດົ່ງ. ທະນາຄານຫວຽດນາມ ສະໜັບສະໜູນເງິນ 100 ລ້ານດົ່ງ./.

ຕອບກັບ

ຂ່າວ/ບົດ​ອື່ນ