ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ປ້ອງ​ກັນ​​ຄວາມ​ປະ​ຫງົບລາວ

(VOVWORLD) -. ທ່ານລັດຖະມົນຕີ ໂຕເລິມ ກໍ່ສະເໜີໃຫ້ກຳລັງປ້ອງກັນຄວາມສະຫງົບສອງປະເທດ ຮັກສາການພົວພັນ, ສືບຕໍ່ເອົາໃຈໃສ່ເຖິງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຜົນປະໂຫຍດຂອງວິສາຫະກິດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ.
ທ່ານລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ປ້ອງ​ກັນ​​ຄວາມ​ປະ​ຫງົບລາວ - ảnh 1ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ແລະ ທ່ານ ພົນໂທ ກົງທອງ ພົງວິຈິດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ

ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ພົນໂທ ກົງທອງ ພົງວິຈິດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເນັ້ນໜັກວ່າ: ກະຊວງຕຳຫຼວດ ຫວຽດນາມ ມີຄວາມຫວັງພ້ອມກັບກະຊວງປ້ອງກັນຄວາມສະຫງົບລາວ ຮັກສາຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ຮັກສາສະຖຽນລະພາບດ້ານການເມືອງ, ການພົວພັນກັບບັນດາປະເທດ, ບໍ່ປະໃຫ້ບັນດາກຳລັງຕ່າງປະເທດສວຍໃຊ້ປະເທດນີ້ກໍ່ຜົນເສຍຫາຍຕໍ່ຄວາມໝັ້ນຄົງ, ສະຖຽນລະພາບຂອງປະເທດນັ້ນ ແລະ ກໍ່ຄວາມແບ່ງແຍກການພົວພັນສອງປະເທດ, ທ່ານສະເໜີໃຫ້ ລາວ ແບ່ງປັນ ແລະ ສະໜັບສະໜູນ ຫວຽດນາມ ໃນການແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງຜົນປະໂຫຍດດ້ານຍຸດທະສາດ, ຢັ້ງຢືນວ່າ ກະຊວງຕຳຫຼວດ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍລາວໃນການຮັບປະກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍ ໃນປີທີ່ລາວ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ 2024. ທ່ານລັດຖະມົນຕີ ໂຕເລິມ ກໍ່ສະເໜີໃຫ້ກຳລັງປ້ອງກັນຄວາມສະຫງົບສອງປະເທດ ຮັກສາການພົວພັນ, ສືບຕໍ່ເອົາໃຈໃສ່ເຖິງການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຜົນປະໂຫຍດຂອງວິສາຫະກິດ, ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ, ຊຸກຍູ້ການຮ່ວມມືໃນການໄຈ້ແຍກ, ຕີລາຄາສະພາບການ, ເປັນເສນາທິການຍຸດທະສາດເພື່ອແກ້ໄຂບັນດາຄວາມສ່ຽງ, ສິ່ງທ້າທາຍທີ່ນາບຂູ່ເຖິງຄວາມໝັ້ນຄົງ, ຜົນປະໂຫຍດລວມຂອງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ