ທ່ານລັດຖະມົນຕີກະຊວງວັດທະນະທຳຈີນຢ້ຽມຢາມນະຄອນໂຮ່ຈີ໋ມິນ

ທ່ານລັດຖະມົນຕີກະຊວງວັດທະນະທຳຈີນຢ້ຽມຢາມນະຄອນໂຮ່ຈີ໋ມິນ - ảnh 1
ລັດຖະມົນຕີບັນດາປະເທດ ອາຊຽນ + 3ຢູ່ເທື່ອທຽນເຫ້ວ
(ພາບປະກອບຈາກ TTXVN)

(vovworld) – ຕອນ​ເຊົ້າວັນ​ທີ 21/4, ທ່ານ ​ເລ​ຮ່ວາງ​ກວນ, ປະທານ​ຄະນະ​ກຳມະການປະຊາຊົນ​ນະຄອນ ​ໂຮ​ຈີ໋ມິນ ຕ້ອນຮັບ​ທ່ານ ທາຍ​ອູ, ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ຈີນ,​ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ. ທ່ານ ​ເລ​ຮ່ວາງ​ກວນ ຖື​ວ່າການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ ຈີນ ຄັ້ງນີ້​ແມ່ນປະກອບສ່ວນ​ເພີ່ມ​ທະວີ​ນຳ້​ໃຈ​ມິດຕະພາບ, ການພົວພັນຮ່ວມ​ມື​ຫຼາຍດ້ານ​ລະຫວ່າງສອງປະ​ເທດ.

      ກ່ຽວກັບ​ສາຍ​ພົວພັນ​ຮ່ວມ​ມື​ລະ​ຫວ່າງນະ​ຄອນ ​ໂຮ່ຈີ໋ມິນ ກັບ​ບັນດາ​ຄູ່​ຮ່ວມ​ມື ຈີນ, ທ່ານ ​ເລ​ຮ່ວາງ​ກວນ ​ໃຫ້​ຮູ້​ວ່າ: ປະຈຸ​ບັນນີ້, ນະ​ຄອນ ​ໂຮ່ຈີ໋ມິນ ​ແມ່ນ​ທ້ອງ​ຖິ່ນ​ໜຶ່ງຂ​ອງ ຫວຽດນາມ ທີ່​ມີ​ສາຍ​ພົວພັນ​ຮ່ວມ​ມື​ກັບຫຼາຍທ້ອງ​ຖິ່ນ​ຂອງ ຈີນ ຄື: ຊຽງ​ໄຮ້, ​ກວາງ​​ເຈົາ, ກວາງຕຸ​ງ, ຈາງ​ຊີ, ​ເຈື້ອ​ຈາງ. ຢູ່ນະ​ຄອນ ​ໂຮ່ຈີ໋ມິນ, ມີ​ປະມານ 130 ​ໂຄງການ​ດ້ວຍ​ຍອດຈຳນວນ​ທຶນ​ເກືອບ 300ລ້ານ USD ຂອງ​ບັນດາ​ນັກ​ລົງທຶນ ຈີນ. ສ່ວນ​ທ່ານ ທາຍ​ອູ ກໍ່ຕີ​ລາຄາ​ສູງ​ເລື່ອງ ຫວຽດນາມ​ ຈັດຕັ້ງບັນດາ​ການ​ເຄື່ອນ​ໄຫວ​ທີ່ກອງ​ປະ​ຊູ​ມລັດຖະມົນຕີ​ວັດທະນະທຳ​ບັນດາ​ປະ​ເທດ ອາຊຽນ ​ແລະ ບັນດາ​ຄູ່​ຮ່ວມ​ມືຢູ່​ແຂວງ ​ເທື່ອ​ທຽນ​ເຫ້ວ ​ໃນ​ໄລຍະ​ຜ່ານມາ​ສຳ​ເລັດ​ຜົນ. ຕາມທ່ານ ທາຍອູ ​ແລ້ວ, ​ເລື່ອງ​ເພີ່ມ​ທະວີ​ການພົບ​ປະ​ແລກປ່ຽນວັດທະນະທຳ​ນັບ​ມື້ນັບ​ມີ​ຄຸນ​ປະ​​ໂຫຍດອັນ​ສຳຄັນ, ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​, ​ເຮັດ​ໃຫ້​​ໄວໜຸ່ມ​ເຂົ້າ​ໃຈ​ຕື່ມ​ອີກກ່ຽວກັບ​ວັດທະນະທຳ​ຂອງ​ແຕ່ລະ​ປະ​ເທດ​. 

ຂ່າວ/ບົດ​ອື່ນ