ທ່ານລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງ ຟຸ່ງຊວນຫຍະ ເຈລະຈາກັບທ່ານປະທານສະພາ SEAMEO Muhadjir Effendy

(VOVWORLD) -ວັນທີ 23 ກໍລະກົດ, ຢູ່ສໍານັກງານກະຊວງສຶກສາ ແລະ ບໍາລຸງສ້າງ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ຟຸ່່ງຊວນຫຍະ ໄດ້ມີການພົບປະເຈລະຈາກັບ ທ່ານ Muhadjir Effendy ປະທານສະພາ, ລັດຖະມົນຕີກະຊວງສຶກສາ ອາຊີຕາເວັນອອກສ່ຽງໃຕ້ SEAMEO, ລັດຖະມົນຕີກະຊວງສຶກສາ ແລະ ວັດທະນະທໍາ ອິນໂດເນເຊຍ. 

ທ່ານລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງ ຟຸ່ງຊວນຫຍະ ເຈລະຈາກັບທ່ານປະທານສະພາ SEAMEO Muhadjir Effendy    - ảnh 1ທ່ານລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງຫວຽດນາມ ຟຸ່່ງຊວນຫຍະ 

 (ພາບ: www.moet.gov.vn)

ນະທີ່ນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບການຮ່ວມມືໃນຂົງເຂດການສຶກສາ, ບໍາລຸງສ້າງ ລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ SEAMEO ເວົ້າລວມ ກໍຄືລະຫວ່າງຫວຽດນາມ ແລະ ອິນໂດເນເຊຍເວົ້າສະເພາະ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ໂດຍຖືວ່າ, ຄວນສຸມໃສ່ຍູ້ແຮງການຮ່ວມມືໃນ ສະພາ SEAMEO ເພື່ອແນໃສ່ແບ່ງປັນບົດຮຽນ ກ່ຽວກັບການກວດກາ ແລະ ຕີລາຄາຄຸນນະພາບການສຶກສາ, ຄາດໝາຍພັດທະນາການສຶກສາຂັ້ນປະລິນຍາຕີ, ການວາງແຜນຜັງຕາໜ່່າງການສຶກສາຂັ້ນປະລິນຍາຕີ...

        ກ່ຽວກັບການພົວພັນສອງຝ່າຍ ກັບ ອິນໂດເນເຊຍ, ທ່ານລັດຖະມົນຕີ ຟຸ່ງຊວນຫຍະ ສະເໜີວ່າ ໃນໄລຍະຈະມາເຖິງ ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄູອາຈານ ແລະ ນັກສຶກສາລະຫວ່າງສອງປະເທດ; ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນດ້ານການສຶກສາ, ແລກປ່ຽນບົດຮຽນລະຫວ່າງສອງປະເທດ, ສ້າງເງື່ອນໄຂໃຫ້ບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດການສຶກສາພັດທະນາ.

ທ່ານລັດຖະມົນຕີກະຊວງສຶກສາ ແລະ ບໍາລຸງສ້າງ ຟຸ່ງຊວນຫຍະ ເຈລະຈາກັບທ່ານປະທານສະພາ SEAMEO Muhadjir Effendy    - ảnh 2ທ່ານ Muhadjir Effendy ປະທານສະພາ, ລັດຖະມົນຕີກະຊວງສຶກສາ ອາຊີຕາເວັນອອກສ່ຽງໃຕ້ SEAMEO, ລັດຖະມົນຕີກະຊວງສຶກສາ ແລະ ວັດທະນະທໍາ ອິນໂດເນເຊຍ

(ພາບ: www.moet.gov.vn)

        ສ່ວນທ່ານລັດຖະມົນຕີ Muhadjir Effendy ໄດ້ຕີລາຄາສູງບັນດາການເຄື່ອນໄຫວຮ່ວມມືໃນຂົງເຂດການສຶກສາ ແລະ ບໍາລຸງສ້າງລະຫວ່າງສອງປະເທດຫວຽດນາມ - ອິນໂດເນເຊຍ ໃນໄລຍະຜ່ານມາ ແລະ ເຫັນດີກັບທ່ານລັດຖະມົນຕີຟຸ່ງຊວນຫຍະ ໃນເລື່ອງສືບຕໍ່ພັດທະນາການຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ