ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບ ແລະ ໂອ້ລົມສົນທະນາກັບລັດຖະມົນຕີການຕ່າງປະເທດ ບຣາຊິນ

(VOVWORLD) - ການພົວພັນ ຫວຽດນາມ - ບຣາຊິນ ພັດທະນາໂດຍອີງໃສ່ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ການຮ່ວມມື ແລະ ພັດທະນາ
ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບ ແລະ ໂອ້ລົມສົນທະນາກັບລັດຖະມົນຕີການຕ່າງປະເທດ ບຣາຊິນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ດຳເນີນການໂອ້ລົມສົນທະນາກັບທ່ານລັດຖະມົນຕີການຕ່າງປະເທດ ບຣາຊິນ Mauro Vieira
(ພາບ: baoquocte.vn)

        ຕອນເຊົ້າວັນທີ 10 ເມສາ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຕ້ອນຮັບ ແລະ ດຳເນີນການໂອ້ລົມສົນທະນາກັບທ່ານລັດຖະມົນຕີການຕ່າງປະເທດ ບຣາຊິນ Mauro Vieira, ທີ່ພວມມີການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 09 – 11 ເມສາ.

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸຍແທັງເຊີນ ເນັ້ນໜັກວ່າ, ການພົວພັນ ຫວຽດນາມ - ບຣາຊິນ ພັດທະນາໂດຍອີງໃສ່ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ການຮ່ວມມື ແລະ ພັດທະນາ; ຫວຽດນາມ ຖື ບຣາຊິນ ແມ່ນຄູ່ຮ່ວມມືແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິນ, ຫວັງວ່າ, ການຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍຈະນັບມື້ນັບແໜ້ນແຟ້ນກວ່າໃນໄລຍະຈະມາເຖິງ.

        ສ່ວນທ່ານລັດຖະມົນຕີ Mauro Vieira, ປາດຖະໜາຢາກຊຸກຍູ້ການຮ່ວມມືໃນທຸກດ້ານກັບ ຫວຽດນາມ, ນັບທັງຂອບເຂດ 2 ຝ່າຍ ແລະ ຫຼາຍຝ່າຍ. ທ່ານປາດຖະໜາວ່າ ຫວຽດນາມ ຈະໜູນຊ່ວຍ ບຣາຊິນ ໃນປີເປັນປະທານ G20 ຂອງ ບຣາຊິນ ແລະ ກອງປະຊຸມກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ COP 30, ເຊິ່ງຈະຈັດຂຶ້ນໃນປີ 2025 ຢູ່ ບຣາຊິນ.

ຕອບກັບ

ຂ່າວ/ບົດ​ອື່ນ