ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ ຄົນໃໝ່ຢືນຢັນໃຫ້ບຸລິມະສິດໜູນຊ່ວຍ ຢູແກຼນ

(VOVWORLD) - ທ່ານ Stephane Sejourne ຢືນຢັນວ່າ, ຢູແກຼນ ຍັງແມ່ນບຸລິມະສິດສຳລັບ ຝລັ່ງ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກທາງໜ້າ.
ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ ຄົນໃໝ່ຢືນຢັນໃຫ້ບຸລິມະສິດໜູນຊ່ວຍ ຢູແກຼນ - ảnh 1ລັດຖະມົນຕີການຕ່າງປະເທດ ຝລັ່ງ ແລະ ຢູແກຼນ
(ພາບ: AFP/TTXVN)

        ວັນທີ 13 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ຝລັ່ງ ຄົນໃໝ່ Stephane Sejourne ໄດ້ຢືນຢັນຄືນໃໝ່ການສະໜັບສະໜູນຂອງ ຝລັ່ງ ສຳລັບ ຢູແກຼນ, ກໍຄືການໜູນຊ່ວຍໃນການຮ່ວມມືດ້ານປ້ອງກັນຊາດ, ທ່ານຢືນຢັນວ່າ, Kiev ຍັງໄດ້ຮັບບຸລິມະສິດຂອງ ປາຣີ. ທ່ານ Stephane Sejourne ໄດ້ຍົກອອກສານຄືແນວນັ້ນ ໃນການຢ້ຽມຢາມ Kiev ໃນວັນດຽວກັນ.

          ການເດີນທາງໄປຢ້ຽມຢາມດຳເນີນໄປໃນສະພາບທີ່ ຢູແກຼນ ແລະ ບັນດາປະເທດຝ່າຍຕາເວັນຕົກ, ລວມມີ: ອາເມລິກາ,ອັງກິດແລະ ບັນດາປະເທດຂຶ້ນກັບສະຫະພາບເອີລົບ (ອີຢູ) ພວມຊອກຫາວິທີເພີ່ມທະວີການໜູນຊ່ວຍດ້ານການທະຫານໃຫ້ Kiev.  ທ່ານ Stephane Sejourne ຢືນຢັນວ່າ, ຢູແກຼນ ຍັງແມ່ນບຸລິມະສິດສຳລັບ ຝລັ່ງ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກທາງໜ້າ.

          ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຢູແກຼນ Dmytro Kuleba, ໄດ້ແຈ້ງໃຫ້ຊາບວ່າ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບເລື່ອງສະໜອງລະບົບອາວຸດ, ລູກສອນໄຟ ແລະ ເຄື່ອງບິນບໍ່ມີຄົນຄັບໃຫ້ແກ່ ຢູແກຼນ. ທ່ານກໍ່ຮຽກຮ້ອງໃຫ້ ຝລັ່ງ ແລະ ບັນດາປະເທດ ເອີລົບ ມີການໜູນຊ່ວຍຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ