ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸຍ​ແທັງ​ເຊີນ ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໂອ​ຕາ​ລິດ Alexander Schallenberg

(VOVWORLD) - ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍູ້ແຮງການຮ່ວມມືຫຼາຍຂົງເຂດ.
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ  ຫວຽດ​ນາມ ບຸຍ​ແທັງ​ເຊີນ ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໂອ​ຕາ​ລິດ Alexander Schallenberg - ảnh 1ທ່ານລັດຖະມົນຕີການຕ່າງປະເທດ  ຫວຽດນາມ ບຸຍແທັງເຊີນ ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ໂອຕາລິດ Alexander Schallenberg (ພາບ: baoquocte.vn )

ເນື່ອງໃນໂອກາດເຂົ້າຮ່ວມການຢ້ຽມຢາມສ.ໂອຕາລິດຢ່າງເປັນທາງການ ຂອງ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ວັນທີ 24 ກໍລະກົດ ຢູ່ວຽນນາ, ທ່ານລັດຖະມົນຕີການຕ່າງປະເທດ  ຫວຽດນາມ ບຸຍແທັງເຊີນ ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ໂອຕາລິດ Alexander Schallenberg.

ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບວ່າໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຍູ້ແຮງການຮ່ວມມືໃນການບຳລັງສ້າງອາຊີບ, ວັດທະນະທຳ, ສິລະປະ, ການຮ່ວມມືໃນທຸກຂົງເຂດໃໝ່ຄື: ຫັນປ່ຽນສີຂຽວ, ຫັນເປັນດີຈີຕອນ. ລັດຖະມົນຕີການຕ່າງປະເທດໂອຕາລິດ ໃຫ້ຮູ້ວ່າ ຝ່າຍໂອຕາລິດຈະໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVIPA),  ໂດຍໄວ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນດ້ານເສດຖະກິດ - ການລົງທຶນລະຫວ່າງສອງຝ່າຍ.

ໃນໂອກາດນີ້, ສອງຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ