ທ່ານສາດ​ສະ​ດາ​ຈານ, ປ.ອເຈິ່ນ​ຮົ່ງ​ທ໊າຍໄດ້​ຮັບ​ການ​ເລືອກ​ຕັ້ງ​ ​ເປັນ​ຮອງ​ປະ​ທານ​ສະ​ມາ​ຄົມອຸຕຸນິຍົມເຂດ II ອາ​ຊີ ຄືນ​ໃໝ່

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານສາດສະດາຈານ, ປ.ອເຈິ່ນຮົ່ງທ໊າຍໄດ້ເນັ້ນໜັກເຖິງບັນດາບັນຫາທົ່ວໂລກແລະພາກພື້ນຄື: ສິ່ງແວດລ້ອມຊຸດໂຊມ, ຊັບພະຍາກອນຊຸດໂຊມ, ການປ່ຽນແປງຂອງດິນຟ້າອາກາດ, ຈຳນວນແລະລະດັບທີ່ນັບມື້ນັບເພີ່ມຂຶ້ນຂອງບັນດາປະກົດການທາງອາກາດທີ່ຮ້າຍແຮງແລະໂລກລະບາດ. 
ທ່ານສາດ​ສະ​ດາ​ຈານ, ປ.ອເຈິ່ນ​ຮົ່ງ​ທ໊າຍໄດ້​ຮັບ​ການ​ເລືອກ​ຕັ້ງ​ ​ເປັນ​ຮອງ​ປະ​ທານ​ສະ​ມາ​ຄົມອຸຕຸນິຍົມເຂດ II ອາ​ຊີ ຄືນ​ໃໝ່ - ảnh 1ທ່ານ ສາດສະດາຈານ, ປ.ອ ເຈິ່ນຮົ່ງທ໊າຍ, ຫົວໜ້າກົມໃຫຍ່ອຸຕຸນິຍົມອຸທົກກະຊາດ  (ພາບ: TTXVN)

ໃນລະຫວ່າງວັນທີ 25 – 26 ພຶດສະພາ, ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 17 ຂອງ ສະມາຄົມອຸຕຸນິຍົມ ເຂດ II ອາຊີ (RA – II-17) ຕາມຮູບການທາງອອນລາຍ. ທ່ານ ສາດສະດາຈານ, ປ.ອ ເຈິ່ນຮົ່ງທ໊າຍ, ຫົວໜ້າກົມໃຫຍ່ອຸຕຸນິຍົມອຸທົກກະຊາດ (ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ) ເຂົ້າຮ່ວມ ດ້ວຍບົດບາດແມ່ນຮອງປະທານສະມາຄົມ ອຸຕຸນິຍົມເຂດ II ອາຊີ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານສາດສະດາຈານ, ປ.ອເຈິ່ນຮົ່ງທ໊າຍໄດ້ເນັ້ນໜັກເຖິງບັນດາບັນຫາທົ່ວໂລກແລະພາກພື້ນຄື: ສິ່ງແວດລ້ອມຊຸດໂຊມ, ຊັບພະຍາກອນຊຸດໂຊມ, ການປ່ຽນແປງຂອງດິນຟ້າອາກາດ, ຈຳນວນແລະລະດັບທີ່ນັບມື້ນັບເພີ່ມຂຶ້ນຂອງບັນດາປະກົດການທາງອາກາດທີ່ຮ້າຍແຮງແລະໂລກລະບາດ. ສະພາບການນີ້ບັງຄັບອົງການອຸຕຸນິຍົມໂລກແລະບັນດາສະມາຄົມໃນພາກພື້ນຕ້ອງປ່ຽນແປງ, ປະຕິຮູບໂຄງປະກອບເພື່ອບັນລຸໄດ້ເປົ້າໝາຍຮັບໃຊ້ສັງຄົມທົ່ວໂລກໃຫ້ດີກ່ວາອີກ, ພັດທະນາເສດຖະກິດແລະຮັບມືກັບໄພທຳມະຊາດ, ກໍ່ຄືໜູນຊ່ວຍບັນດາສະມາຊິກ, ປະຊາຄົມທີ່ເຮັດວຽກໃຫ້ມີປະສິດທິຜົນສູງກ່ວາເພື່ອຮັບມືກັບບັນດາສິ່ງທ້າທາຍແລະພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ