ທ່ານຫງວຽນຊວນຟຸກໂອ້ລົມທາງໂທລະສັບກັບຜູ້ມີອຳນາດເຕັມແຫ່ງ ນິວຊີແລນ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການ, ຕອນບ່າຍວັນທີ 13 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໂອ້ລົມທາງໂທລະສັບກັບຜູ້ມີອຳນາດເຕັມແຫ່ງ ນິວຊີແລນ ທ່ານນາງ Patsy Reddy.
ທ່ານຫງວຽນຊວນຟຸກໂອ້ລົມທາງໂທລະສັບກັບຜູ້ມີອຳນາດເຕັມແຫ່ງ ນິວຊີແລນ  - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ (ພາບ: TTXVN)

ໃນການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນກັບ ນິວຊີແລນ.

        ສ່ວນທ່ານນາງ Patsy Reddy ຜູ້ທີອຳນາດເຕັມແຫ່ງ ນິວຊີແລນ ຕີລາຄາສູງໝາກຜົນແຫ່ງການເຈລະຈາລະຫວ່າງນາຍົກລັດຖະມົນຕີ 2 ທ່ານ ໃນນັ້ນ ໄດ້ວາງອອກການກຳນົດທິດໃຫຍ່ຫລາຍຢ່າງໃຫ້ການພົວພັນ 2 ປະເທດໃນໄລຍະຈະມາເຖິງ, ຍົກລະດັບການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່ໂດຍໄວ.

ທ່ານຫງວຽນຊວນຟຸກໂອ້ລົມທາງໂທລະສັບກັບຜູ້ມີອຳນາດເຕັມແຫ່ງ ນິວຊີແລນ  - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ນິວຊີແລນ Trevor Mallard (ພາບ: TTXVN)

         ແລະກໍ່ໃນຕອນຄ່ຳວັນທີ 13 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ນິວຊີແລນ Trevor Mallard. ທີ່ການພົບປະ, 2 ຝ່າຍຖືວ່າ 2 ຝ່າຍຄວນສືບຕໍ່ຍູ້ແຮງບັນດາມາດຕະການແທດຈິງ ແລະ ລະອຽດໃນບັນດາຂົງເຂດ, ໃນນັ້ນ ມີການຄ້າ, ການລົງທຶນ, ການທ່ອງທ່ຽວ, ເຊື່ອມຕໍ່ການບິນ ແລະ ພົວພັນແລກປ່ຽນປະຊາຊົນ. 2 ຝ່າຍກໍ່ເຫັນດີເປັນເອກະພາບ 2 ສະພາແຫ່ງຊາດຄວນສືບຕໍ່ເພີ່ມທະວີການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ, ຮັກສາມູນເຊື້ອການຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ.

ພາຍຫລັງການເຈລະຈາ, ທ່ານນາງ ນາຍົກລັດຖະມົນຕີ ນີວຊີແລນ Jacinda Ardern ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານນາງນາຍົກລັດຖະມົນຕີ ນີວຊີແລນ ສະແດງຄວາມເຊື່ອໝັ້ນວ່າ: ການພົວພັນລະຫວ່າງສອງປະເທດຈະໄດ້ຍົກຂຶ້ນສູ່ລະດັບສູງໃຫມ່ໃນໄລຍະຈະມາເຖິງ.

        “ພວກຂ້າພະເຈົ້າຖືບຸລິມະສິດຕົ້ນຕໍກັບຄູ່ຮ່ວມມືຫວຽດນາມ ແລະ ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ແລະ ຍຸດທະສາດ. ພິເສດ ໃນບັນດາສັນຍາກ່ຽວກັບຍຸດທະສາດການທູດລະຫວ່າງສອງປະເທດ ກໍຄື ບັນດາສັນຍາຫລາຍຝ່າຍ. ຂ້າພະເຈົ້າປາດຖະຫນາວ່າ ດ້ວຍທ່ວງທ່ານີ້ ຈະປະຕິບັດໄດ້ຫລາຍຈຸດໝາຍໃຫມ່, ເປັນຕົ້ນແມ່ນການປະຕິບັດບັນດາຂໍ້ຕົກລົງຮ່ວມມືສອງຝ່າຍທີ່ໄດ້ຮັບການລົງນາມກ່ຽວກັບດ້ານການຄ້າ ແລະ ການສຶກສາ ເປັນຢ່າງດີ.”

ໃນວັນດຽວກັນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບກຸ່ມບໍລິສັດໃຫຍ່ຈຳນວນຫນຶ່ງຂອງ ນີວຊີແລນ. ເມື່ອຕ້ອນຮັບການນຳທະນາຄານສະສົມ ນິວຊີແລນ, ທ່ານນາຍົກລັດຖະມົນຕີ ສະເຫນີ ທະນາຄານຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນກັບທະນາຄານແຫ່ງລັດຫວຽດນາມໃນບັນດາຂົງເຂດ. ທີ່ການຕ້ອນຮັບການນຳສູນການຄ້າ ນິວເຊີແລນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍເລື່ອງລົງນາມໃນສັນຍາຮ່ວມມືຍຸດທະສາດລະຫວ່າງບໍລິສັດຫຸ້ນສ່ວນ SOVICO ຂອງຫວຽດນາມ ແລະ ສູນການຄ້າ ນີວຊີແລນ.

 

ຕອບກັບ

ຂ່າວ/ບົດ​ອື່ນ