ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ: ຕ້ານທຸກປະກົດການອັດຕະວິໄສໃນການຮັບມືກັບ ໄພພິບັດທໍາມະຊາດ

(VOVWORLD) -ວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ປະທານຄະນະກໍາມະການແຫ່ງຊາດ ກ່ຽວກັບການຮັບມືກັບໄພພິບັດທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານ ຮັບມືກັບໄພພິບັດທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ແຕ່ປີ 2017 ມາຮອດປັດຈຸບັນ, ຜັນຂະຫຍາຍໜ້າທີ່ 06 ເດືອນທ້າຍປີ 2018.

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ: ຕ້ານທຸກປະກົດການອັດຕະວິໄສໃນການຮັບມືກັບ ໄພພິບັດທໍາມະຊາດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ທີ່ກອງປະຊຸມ ສະຫຼຸບວຽກງານ ຮັບມືກັບໄພພິບັດທໍາມະຊາດ ແລະ ຊອກຫາກູ້ໄພກູ້ຊີບ ແຕ່ປີ 2017 ມາຮອດປັດຈຸບັນ, ຜັນຂະຫຍາຍໜ້າທີ່ 06 ເດືອນທ້າຍປີ 2018

(ພາບ:Van Diep/ TTXVN)

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ  ໄດ້ຕີລາຄາ ວ່າ, ປີ 2017 ແລະ ນັບແຕ່ຕົ້ນປີ 2018 ມາຮອດປັດຈຸບັນ ສະພາບດິນຟ້າອາກາດ, ໄພພິບັດທໍາມະຊາດ ສືບຕໍ່ຜັນແປຢ່າງສັບສົນ, ຮ້າຍແຮງ, ກໍ່ຜົນເສຍຫາຍຢ່າງໜັກໜ່ວງ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຍ້ອງຍໍຊົມເຊີຍນໍ້າໃຈ ແລະ ການກະທໍາຢ່າງຂ້ຽວຂາດຂອງບັນດາກະຊວງ,ຂະແໜງການ, ທ້ອງຖິ່ນ;  ຕີລາຄາສູງບົດບາດຫຼັກແຫຼ່ງຂອງບັນດາກໍາລັງປະກອບອາວຸດໃນການແກ້ໄຂບັນດາກໍລະນີເກີດຂຶ້ນກະທັນຫັນ, ບັງເອີນ, ພ້ອມທັງ ເນັ້ນໜັກເຖິງ ບັນຫາສໍາຄັນ ກ່ອນອື່ນໝົດແມ່ນ ປົກປ້ອງຊີວິດອິນຊີຂອງປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ  ຍັງເນັ້ນໜັກຕື່ມອີີກວ່າ ວຽກງານລາຍງານ, ເຕືອນໄພອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນຫຼາຍຢ່າງ ແຕ່ຍັງມີຂໍ້ຈໍາກັດຢູ່, ໂດຍສະເພາະແມ່ນການເຕືອນໄພນໍ້າແກ່ງນໍ້າປ່າໄຫຼຊຸ, ນໍ້າຖ້ວມ, ດິນເຊາະເຈື່ອນ ... ເພາະສະນັ້ນ, ຕ້ອງດໍາເນີນການສ້າງແຜນທີ່ຂີດເສັ້ນ ກ່ຽວກັບເຂດທີ່ມີຄວາມສ່ຽງຖືກ ນໍ້າແກ່ງນໍ້າປ່າໄຫຼຊຸ ເພື່ອຂຶ້ນແຜນຍົກຍ້າຍ, ຈັດສັນບ່ອນຢູ່ໃໝ່ໃຫ້ແກ່ພໍ່ແມ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ