ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2016 ຂອງກຸ່ມບໍລິສັດນ້ຳມັນອາຍແກັດ

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2016 ຂອງກຸ່ມບໍລິສັດນ້ຳມັນອາຍແກັດ - ảnh 1
(ພາບປະກອບ)

(vovworld) -  “ປີ 2016 ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັ​ດ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ມອບ​ເງິນກ່ວາ 90.000 ຕື້​ດົ່ງ​ເຂົ້າ​ງົບປະມານ​ແຫ່ງ​ຊາດ, ລື່ນ​ກາຍ 12.5% ທຽບ​ໃສ່​ແຜນການ​ປີ 2016”. ນີ້​ແມ່ນ​ຂໍ້​ມູນ​ຂ່າວ​ໄດ້​ຍົກ​ອອກ​ມາຢູ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2016 ​ແລະ ຜັນ​ຂະຫຍາຍ​ແຜນການ​ປີ 2017 ​ໂດຍ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 19/01 ຢູ່ ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮ​ອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດີງຢຸງ ຕີ​ລາຄາ​ສູງ ​ແລະ ຍ້ອງຍໍ​ໝາກຜົນ​ຂອງ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ ​ເຊິ່ງບັນລຸ​ໄດ້​ໃນ​ປີຜ່ານມາ ​ແລະ ​ເນັ້ນ​ໜັກ​ວ່າ: ດ້ວຍ​ບົດບາດ​ແມ່ນ​ກຸ່ມ​ບໍລິສັດ​ຕົ້ນຕໍ​ຂອງ​ພື້ນຖານ​ເສດຖະກິດ​ປະ​ເທດ​ຊາດ, ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ ຫວຽດນາມ ມີ​ ການ​ປະກອບສ່ວນ​ສຳຄັນ​ໃຫ້ການ​ພັດທະນາ​ເສດຖະກິດ - ສັງຄົມ​ລວມຂອງ​ປະ​ເທດ​ຊາດ. ໝາກຜົນ​ແຫ່ງ​ການສຳ​ຫລວດຂຸດ​ຄົ້ນ ບໍ່​ພຽງ​ແຕ່​ຊ່ວຍ​ເພີ່ມ​ປະລິມານ​ນ້ຳມັນ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ຢັ້ງຢືນ​ອະທິປະ​ໄຕທະ​ເລ​ໝູ່​ເກາະ, ອະທິປະ​ໄຕ​ຊາຍ​ແດນ. ​ໃນ​ນັ້ນ ສິດ​ອະທິປະ​ໄຕ, ສິດພິພາກສາ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ແມ່ນ​ສຳຄັນ​ທີ່​ສຸດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ສະ​ເໜີ​ວ່າ: ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​ແກັດ​ແຫ່ງ​ຊາດ ຫວຽດນາມ ຮັກສາ​ຈຸດໝາຍ​ຍຸດ​ທະ​ສາດ​ພັດທະນາ​ກາຍ​ເປັນ​ຫົວໜ່ວຍ​ຫຼັກ​ແຫຼ່ງຂອງ​ຂະ​ແໜງ​ນ້ຳມັນ​ອາຍ​ແກັດ ຫວຽດນາມ ຢ່າງ​ໝັ້ນຄົງ, ຂະຫຍັນ​ຂັນ​ເຄື່ອນ, ມີ​ກຳລັງ​ຄວາມ​ສາມາດ​ແຮງ​ກ່ຽວ​ກັບດ້ານ​ການ​ເງິນ, ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ມີ​ກຳລັງ​ແກ່ງ​ແຍ້​ງສູງ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ປະ​ກອບ​ສ່ວນ​ສຳຄັນ​ໃນ​ວິວັດ​ແຫ່ງ​ການ​ກໍ່ສ້າງ, ພັດທະນາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ