ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າ​ງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິນ ​ໂອ້​ລົມ​ທາງ​ໂທລະ​ສັບ​ກັບ​​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ

(VOVWORLD) -ຕອນຄໍ່າວັນທີ 14 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ການາດາ Francois – Philippe Champagne.
ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າ​ງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິນ ​ໂອ້​ລົມ​ທາງ​ໂທລະ​ສັບ​ກັບ​​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ການາດາ (ພາບ: VGP)

ທີ່ການໂອ້ລົມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໄດ້ຕີລາຄາສູງວຽກງານຮັບມືກັບໂລກລະບາດໂຄວິດ - 19 ຢູ່ ການາດາ ແລະ ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ການາດາ ທີ່ໄດ້ສົມທົບ ແລະ ໜູນຊ່ວຍລັດຖະບານ ຫວຽດນາມ ຈັດເຮືອບິນ 2 ຖ້ຽວ ນຳສົ່ງພົນລະເມືອງຫວຽດນາມ ທີ່ອາໄສຢູ່ ການາດາ ກັບມາປະເທດ. ສ່ວນທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ການາດາ Francois – Philippe Champagne ກໍ່ຢັ້ງຢືນຄວາມປາດຖະໜາຢາກສືບຕໍ່ແບ່ງປັນຂໍ້ມູນ ແລະ ຮ່ວມມື ເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ ໂດຍຜ່ານບັນດາກົນໄກຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

ສອງຝ່າຍໄດ້ເຫັນດີຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ; ຮັກສາບັນດາກົນໄກຮ່ວມມື ທີ່ມີຢູ່ແລ້ວລະຫວ່າງກະຊວງການຕ່າງປະເທດສອງປະເທດພວມປະຕິບັດ. ສອງຝ່າຍຢັ້ງຢືນວ່າ ຈະສົມທົບກັນຢ່າງແໜ້ນແຟ້ນ ຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນໃນປີຫວຽດນາມດໍາລົງຕຳແໜ່ງບົດບາດເປັນປະທານ ອາຊຽນ 2020 ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສະຫະປະຊາຊາດ ອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ