ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຳ​ປູ​ເຈຍ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) -ຕອນເຊົ້າວັນທີ 19 ກຸມພາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະພະນັກງານຂັ້ນສູງ ລາຊະອານາຈັກ ກຳປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກຳ​ປູ​ເຈຍ ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ພິທີຕ້ອນຮັບ (ພາບ: TTXVN)

ທີ່ການພົບປະເຈລະຈາທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ Tea Banh ໄດ້ເປັນເອກະພາບໂດຍຕີລາຄາວ່າ, ປີ 2022 ຜ່ານມາ ແມ່ນປີທີ່ມີຄວາມໝາຍພິເສດ ສຳລັບການພົວພັນລະຫວ່າງສອງປະເທດ, ໂດຍການນຳຂັ້ນສູງສອງປະເທດໄດ້ກຳນົດວ່າ ເປັນ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ” ດ້ວຍການເຄື່ອນໄຫວຫຼາຍຢ່າງຖືກຈັດຂຶ້ນຢູ່ທັງສອງປະເທດ.

ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ Tea Banh ໄດ້ເອກະພາບກັນຕໍ່ເນື້ອໃນແຜນການຮ່ວມມືດ້ານປ້ອງກັນຊາດໃນປີ 2023, ເຊິ່ງລວມມີ: ເພີ່ມທະວີການຮ່ວມມືແລກປ່ຽນຂໍ້ມູນຂ່າວສານ, ສະພາບການ, ສົມທົບກັນລາດຕະເວນ, ຄວບຄຸມປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດດິນຕໍ່ແຜ່ນ ແລະ ທະເລ; ສ້າງແຜນການໂຄສະນາເຜີຍແຜ່ໄລຍະຍາວ ກ່ຽວກັບການພົວພັນສາມັກຄີ, ອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລັດຖະບານ, ປະຊາຊົນ ແລະ ກອງທັບສອງປະເທດ; ຜັນຂະຫຍາຍການເຄື່ອນໄຫວຮ່ວມມືໃນບັນດາເນື້ອໃນທີ່ກ່ຽວຂ້ອງ ໃນປີ ອາຊຽນ ເປັນເຈົ້າພາບຈັດງານມະຫາກຳກິລາ ຊີເກມ 32 ແລະ ອາຊຽນ ປາຣາເກມ ຄັ້ງທີ 12...

ສິ້ນສຸດການພົບປະເຈລະຈາ, ທ່ານພົນເອກ ຟານວັນຢາງ ແລະ ທ່ານພົນເອກ Tea Banh ໄດ້ລົງນາມໃນແຜນການຮ່ວມມືປີ 2023 ແລະ ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ກັບ ກະຊວງປ້ອງກັນປະເທດ ກໍາປູເຈຍ ກ່ຽວກັບການຮ່ວມມືໃນຂົງເຂດກົດໝາຍການທະຫານ, ການປ້ອງກັນຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ