ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ທົ​ດ​ລອງວັກ​ຊິ​ນ​ກັນ​ໂຄວິດ - 19

(VOVWORLD) -ທ່ານ ຫວູດຶກດາມ ກໍ່ໃສ່ໃຈກະຊວງສາທາລະນະສຸກປະຕິບັດສຳເລັດວິວັດການທົດລອງໂດຍໄວ ແລະ ແກ້ໄຂບັນຫາກ່ຽວກັບຊັບສິນທາງປັນຍາຢຸກຢາ Molnupiravir ປິ່ນປົວໂລກລະບາດໂຄວິດ - 19.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ເປັນ​ປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ທົ​ດ​ລອງວັກ​ຊິ​ນ​ກັນ​ໂຄວິດ - 19 - ảnh 1ກອງປະຊຸມກ່ຽວກັບ ວັກຊິນ ແລະ ຢາປິ່ນປົວໂລກລະບາດໂຄວິດ - 19 

ຕອນບ່າຍວັນທີ 14 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການທີ່ມີໜ້າທີ່ຮັບຜິດຊອບ ແລະນັກຊ່ຽວຊານການແພດກ່ຽວກັບສະພາບການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ທົດລອງການສັກວັກຊິນຕໍ່ຄົນ, ການຜະລິດຢາ, ວັກຊິນກັນໂຄວິດ - 19. ຕາມບົດລາຍງານຂອງກະຊວງສາທາລະນະສຸກ ແລ້ວ, ການທົດລອງວັກຊິນກັນໂຄວິດ - 19ພາຍໃນປະເທດ 3 ຊະນິດພວມມີບັນດາບາດກ້າວທີ່ເປັນໜ້າຊື່ນຊົມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ເປັນປະທານກອງປະຊຸມກັບສະພາຄຸນສົມບັດແຫ່ງຊາດ ແລະ ສະພາໃຫ້ຄຳປຶກສາເພື່ອອອກໃບຈົດທະບຽນ ເພື່ອຍົກອອກບັນດາຂໍ້ສະເໜີແນະ ກ່ຽກວັບວັກຊິນກັນໂຄວິດ - 19.

ທ່ານ ຫວູດຶກດາມ ກໍ່ໃສ່ໃຈກະຊວງສາທາລະນະສຸກປະຕິບັດສຳເລັດວິວັດການທົດລອງໂດຍໄວ ແລະ ແກ້ໄຂບັນຫາກ່ຽວກັບຊັບສິນທາງປັນຍາຢຸກຢາ Molnupiravir ປິ່ນປົວໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ