ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ຢູ່ ເຊີແນວ, ປະເທດສະວິດ

(VOVWORLD) - ວັນທີ 14 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ໄດ້ພົບປະກັບ ທ່ານເລຂາທິການໃຫຍ່ກອງປະຊຸມສະຫະປະຊາຊາດ ກ່ຽວກັບການຄ້າ ແລະ ການພັດທະນາ UNCTAD; 
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ຢູ່ ເຊີແນວ, ປະເທດສະວິດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ (ພາບ: VGP)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 64 ຄະນະກຳມະການໆຄ້າ ແລະ ການພັດທະນາຂອງ UNCTAD  ແລະ ໄດ້ມີການເຮັດວຽກລວມກັບການນຳຂອງບາງອົງການຈັດຕັ້ງສາກົນຢູ່ ເຊີແນວ.

        ເມື່ອພົບປະກັບ ທ່ານເລຂາທິການໃຫຍ່ກອງປະຊຸມສະຫະປະຊາຊາດ ກ່ຽວກັບການຄ້າ ແລະ ການພັດທະນາ UNCTAD, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນການດຳເນີນງານຂອງ UNCTAD ກັບບັນດາໂຄງການ, ແຜນການຢ່າງແທດຈິງ, ສຸມໃສ່ຊຸກຍູ້ລະບົບການຄ້າສາກົນໂດຍອີງໃສ່ພື້ນຖານດ້ານກົດໝາຍ, ໂປ່ງໃສ, ກວມລວມ, ບໍ່ມີການຈຳແນກການປະພຶດ ແລະ ຮັບໃຊ້ການພັດທະນາ.

        ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 64 ຄະນະກຳມະການໆຄ້າ ແລະ ການພັດທະນາຂອງ UNCTAD, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ໄດ້ແບ່ງປັນກັບຜູ້ຕາງໜ້າ 155 ຄະນະ ປະເທດສະມາຊິກ ຂອງຄະນະກຳມະການໆຄ້າ ແລະ ການພັດທະນາກ່ຽວກັບບັນດາຜົນງານການພັດທະນາເສດຖະກິດ - ສັງຄັມ ຂອງຫວຽດນາມ ພາຍຫຼັງກວ່າ 3 ທັດສະຫວັດແຫ່ງການປ່ຽນແປງໃໝ່. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນການດຳເນີນງານຂອງ UNCTAD; ຮຽກຮ້ອງໃຫ້ UNCTAD ກໍ່ຄືບັນດາອົງການ ຂອງສະຫະປະຊາຊາດ ຍົກສູງປະສິດທິຜົນການເຄື່ອນໄຫວ, ປັບປຸງກົງຈັກ, ປ່ຽນແປງໃໝ່ກ່ຽວກັບກົນໄກການເຄື່ອນໄຫວ ແລະ ເພີ່ມທະວີການໜູນຊ່ວຍບັນດາປະເທດພວມພັດທະນາ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານເລຂາທິການໃຫຍ່ UNCTAD Mukhisa Kituyi ໄດ້ເປັນສັກຂີພິຍານພິທີລົງນາມໃນບັນດາຂໍ້ຕົກລົງການຮ່ວມມືລະຫວ່າງ ກະຊວງການເງິນຫວຽດນາມ ກັບບາງອົງການຈັດຕັ້ງສາກົນຢູ່ ເຊີແນວ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ຢູ່ ເຊີແນວ, ປະເທດສະວິດ - ảnh 2 ພິທີລົງນາມໃນບັນດາຂໍ້ຕົກລົງການຮ່ວມມືລະຫວ່າງ ກະຊວງການເງິນຫວຽດນາມ ກັບບາງອົງການຈັດຕັ້ງສາກົນຢູ່ ເຊີແນວ(ພາບ: VGP)

        ຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ກໍ່ໄດ້ມີການເຮັດວຽກກັບ ທ່ານປະທານເວທີປາໄສເສດຖະກິດສາກົນ (WEF) Claus Schwab ແລະ ຜູ້ອຳນວຍການຝ່າຍບໍລິຫານ WEF Philipp Rosler.

        ຕອນຄ່ຳວັນທີ 14 ກັນຍາ, ທີ່ສຳນັກງານສະຫະປະຊາຊາດ ຢູ່ນະຄອນຫຼວງເຊີແນວ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 40 ປີ ແຫ່ງວັນທີ່ ຫວຽດນາມ ເຂົ້າເປັນສະມາຊິກສະຫະປະຊາຊາດ ແລະ 72 ປີ ແຫ່ງວັນຊາດຫວຽດນາມ ພາຍໃຕ້ການເປັນສັກຂີພິຍານຂອງເອກອັກຄະລັດຖະທູດກວ່າ 500 ຄົນ, ຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດ, ຜູ້ຕາງໜ້າບັນດາອົງການຈັດຕັ້ງສະຫະປະຊາຊາດ, ບັນດາອົງການຈັດຕັ້ງສາກົນ ແລະ ປະຊາຄົມຊາວຫວຽດນາມທີ່ອາໄສຢູ່ ເຊີແນວ.

ຕອບກັບ

ຂ່າວ/ບົດ​ອື່ນ