ທ່ານຮອງນາຍົກລັດຖະມົນຕີ ເຈິ່ງລືວກວາງ ລົງເຮັດວຽກຢູ່ ແຂວງ ດັກລັກ

(VOVWORLD) -   ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ດັກລັກ ໄດ້ຮັບການກຳນົດເປັນສະຖານທີ່ “ຍຸດທະສາດຂອງຍຸດທະສາດ”. ດັ່ງນັ້ນ, ອຳນາດການປົກຄອງ ແລະ ປະຊາຊົນ ຕາແສງ Ea Tul ຄວນສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ເປັນເຈົ້າການໃນຂະບວນການທົ່ວປວງຊົນສາມັກຄີ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ຮາກຖານ
 
ທ່ານຮອງນາຍົກລັດຖະມົນຕີ ເຈິ່ງລືວກວາງ ລົງເຮັດວຽກຢູ່ ແຂວງ ດັກລັກ - ảnh 1ຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ມອບຮູບລຸງໂຮ່ໃຫ້ປະຊາຊົນຕາແສງ Ea Tul.
(ພາບ: VOV)

ຕອນບ່າຍວັນທີ 13 ສິງຫາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ເຂົ້າຮ່ວມ “ວັນບຸນທົ່ວປວງຊົນປ້ອງກັນຄວາມສະຫງົບແຫ່ງຊາດ” ປີ 2023 ຢູ່ຕາແສງ Ea Tul, ເມືອງ Cu M’gar, ແຂວງ ດັກລັກ, ທ່ານໄດ້ຢັ້ງຢືນວ່າ: ໄຕງວຽນ ມີບົດບາດ, ທີ່ຕັ້ງສຳຄັນພິເສດກ່ຽວກັບດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດຕໍ່ກັບທົ່ວປະເທດ.

        ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ດັກລັກ ໄດ້ຮັບການກຳນົດເປັນສະຖານທີ່ “ຍຸດທະສາດຂອງຍຸດທະສາດ”. ດັ່ງນັ້ນ, ອຳນາດການປົກຄອງ ແລະ ປະຊາຊົນ ຕາແສງ Ea Tul ຄວນສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ເປັນເຈົ້າການໃນຂະບວນການທົ່ວປວງຊົນສາມັກຄີ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍຢູ່ຮາກຖານ, ສະຫຼາດສ່ອງໃສໃນການຕໍ່ສູ້ປ້ອງກັນ, ຕ້ານ ບັນດາຖ້ອຍທຳນອງທີ່ເສກສັນປັ້ນແຕ່ງ, ຫວັງມ້າງເພທຳລາຍພັກ, ລັດ ແລະ ກໍ່ຄວາມຂາດສາມັກຄີທົ່ວປວງຊົນຢູ່ບໍລິເວນ.

        ທ່ານໄດ້ຕີລາຄາສູງບັນດາໝາກຜົນເຊິ່ງອຳນາດການປົກຄອງ ແລະ ປະຊາຊົນຕາແສງ Ea Tul ບັນລຸໄດ້ໃນວຽກງານປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ທ່ານຮອງນາຍົກລັດຖະມົນຕີ ໃສ່ໃຈວ່າ ອຳນາດການປົກຄອງຄວນເອົາໃຈໃສ່ປະຕິບັດນະໂຍບາຍຊົນເຜົ່າ, ສາສະໜາຕິດພັນກັບການອະນຸລັກຮັກສາ, ເສີມຂະຫຍາຍສີສັນວັດທະນະທຳຂອງຊາດໃຫ້ເປັນຢ່າງດີ; ເບິ່ງແຍງດູແລຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ, ພິເສດແມ່ນພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກ, ເຊດປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ, ສະເໜີວ່າ:

        “ສືບຕໍ່ຊາບຊຶມປະຕິບັດບັນດາການຊີ້ນຳຂອງສູນກາງ ກ່ຽວກັບການປະຕິບັດຂະບວນການທົ່ວປວງຊົນປ້ອງກັນຄວາມສະຫງົບຂອງປະເທດຊາດໃຫ້ມີປະສິດທິຜົນ. ທ້ອງຖິ່ນຄວນເສີມຂະຫຍາຍບົດບາດ, ນຳໜ້າຂອງກຳລັງຕຳຫຼວດຫຼວງ, ແນວໂຮມປະເທດຊາດ. ບັນດາສະມາຄົມ, ໝູ່ຄະນະຄວນກວດກາ, ກະຕຸກຊຸກຍູ້ເປັນປະຈຳເພື່ອແກ້ໄຂສິ່ງຈຳກັດ, ຜ່ານນັ້ນ, ກໍ່ປະຕິບັດຂະບວນການຢ່າງມີປະສິດທິຜົນ. ນຳຂະບວນການໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ເພື່ອໃຫ້ທົ່ວປວງຊົນເຂົ້າຮ່ວມຢ່າງຕັ້ງໜ້າ”.

ຕອບກັບ

ຂ່າວ/ບົດ​ອື່ນ