ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເຈິ່ນ​ລຶວກວາງ: ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ​ລະ​ບົບ​ສະ​ໜອງ​ສາ​ກົນ

(VOVWORLD) - ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຖືເປັນສຳຄັນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຍູ້ແຮງການຫັນປ່ຽນເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຕ່າງປະເທດທີ່ມາເຄື່ອນໄຫວ, ທຳການຜະລິດ, ດຳເນີນທຸລະກິດໃນໄລຍະຍາວຢູ່ ຫວຽດນາມ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເຈິ່ນ​ລຶວກວາງ: ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ ຫວຽດ​ນາມ ເຂົ້າ​ຮ່ວມ​ລະ​ບົບ​ສະ​ໜອງ​ສາ​ກົນ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນລຶວກວາງ ແລະ ທ່ານ Nitin Darbari ຮອງປະທານຂັ້ນສູງ ຂອງກຸ່ມບໍລິສັດ Procter & Gamble (ພາບ: Chinhphu.vn )

ຕອນບ່າຍວັນທີ 4 ມີນາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Nitin Darbari ຮອງປະທານຂັ້ນສູງ ຂອງກຸ່ມບໍລິສັດ Procter & Gamble (P&G), ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນລຶວກວາງ ສະເໜີ P&G ເອົາໃຈໃສ່ເປີດກວ້າງການພົວພັນຄູ່ຮ່ວມມື, ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງຂອງກຸ່ມບໍລິສັດ ແລະ ເອົາໃຈໃສ່ເຖິງການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່, ຖືເປັນສຳຄັນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຍູ້ແຮງການຫັນປ່ຽນເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຕ່າງປະເທດທີ່ມາເຄື່ອນໄຫວ, ທຳການຜະລິດ, ດຳເນີນທຸລະກິດໃນໄລຍະຍາວຢູ່ ຫວຽດນາມ.

ສ່ວນທ່ານ Nitin Darbari ຮອງປະທານກຸ່ມບໍລິສັດ P&G ໄດ້ເນັ້ນໜັກວ່າ P&G ຖືຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດຍຸດທະສາດ, ມຸ່ງໄປເຖິງການນຳຫວຽດນາມ ກາຍເປັນສູນກາງຜະລິດຂອງພາກພື້ນ ແລະ ແຫຼ່ງສະໜອງແບບຍືນຍົງໃຫ້ບັນດາຕະຫຼາດຕ່າງໆຂອງ ກຸ່ມບໍລິສັດ.

ຕອບກັບ

ຂ່າວ/ບົດ​ອື່ນ