ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ: ດັດປັບການ​ວາງ​ແຜນ​ຜັງ​ກຳ​ນົດ​ສັງ​ລວມ ລະ​ບົບ​ທ່າ​ກຳ​ປັ່ນຢ່າງມີວິ​ທະ​ຍາ​ສາດ, ຄົບ​ຊຸດ

(VOVWORLD) - ແຜນຮ່າງໄດ້ວາງເປົ້າໝາຍຮອດປີ 2030, ລະບົບທ່າກຳປັ່ນທະເລຈະຕອບສະໜອງຄວາມຕ້ອງການຂອງສິນຄ້າທີ່ມີຈຳນວນແຕ່ 1.330 ລ້ານໂຕນ ຫາ 1.612 ລ້ານໂຕນ, ຜູ້ໂດຍສານ ແຕ່ 17,4 ລ້ານເທື່ອຄົນ ຫາ 18,8 ລ້ານເທື່ອຄົນ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ  ເຈິ່ນ​ຮົ່ງ​ຮ່າ: ດັດປັບການ​ວາງ​ແຜນ​ຜັງ​ກຳ​ນົດ​ສັງ​ລວມ ລະ​ບົບ​ທ່າ​ກຳ​ປັ່ນຢ່າງມີວິ​ທະ​ຍາ​ສາດ, ຄົບ​ຊຸດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເປັນເຈົ້າພາບກອງປະຊຸມກ່ຽວກັບການດັດປັບການວາງແຜນຜັງສັງລວມລະບົບທ່າກຳປັ່ນ ຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2050 (ພາບ: VOV)

ຕອນບ່າຍວັນທີ 11 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເປັນເຈົ້າພາບກອງປະຊຸມ ກ່ຽວກັບການດັດປັບການວາງແຜນຜັງສັງລວມລະບົບທ່າກຳປັ່ນ ຫວຽດນາມ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ແຜນຮ່າງໄດ້ວາງເປົ້າໝາຍຮອດປີ 2030, ລະບົບທ່າກຳປັ່ນທະເລຈະຕອບສະໜອງຄວາມຕ້ອງການຂອງສິນຄ້າທີ່ມີຈຳນວນແຕ່ 1.330 ລ້ານໂຕນ ຫາ 1.612 ລ້ານໂຕນ, ຜູ້ໂດຍສານ ແຕ່ 17,4 ລ້ານເທື່ອຄົນ ຫາ 18,8 ລ້ານເທື່ອຄົນ. ຈຳນວນສິນຄ້າຄ່ຽນຖ່າຍ container ສາກົນຄາດວ່າມີປະມານ 4,1 ລ້ານ TEU. ນອກຈາກບັນດາເຂດທ່າກຳປັ່ນ ປະຕູເຂົ້າອອກສາກົນ ທີ່ໃຫ້ບຸລິມະສິດພັດທະນາ ຄື: ແລກຮ້ວຽນ (ຫ໋າຍຝ່ອງ), ກ໋າຍແມບ (ບ່າເຣ໊ຍ - ຫວູງເຕົ່າ) ແລ້ວ ກໍ່ສູ້ຊົນກໍ່ສ້າງທ່າກຳປັ່ນຄ່ຽນຖ່າຍສາກົນ ເກິ່ນເຢີ; ທ່າກຳປັ່ນນະຄອນ ໂຮ່ຈີມິນ ຈາກທ່າກຳປັ່ນປະເພດ 1 ທີ່ໄດ້ຮັບການວາງແຜນກຳນົດຄວາມສາມາດບົ່ມຊ້ອນກາຍເປັນທ່າກຳປັ່ນປະເພດພິເສດ… ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງວ່າ:

ການວາງແຜນກຳນົດຕ້ອງສັງລວມກ່ອນ ແລ້ວຈິ່ງໄປຮອດແຕ່ລະຂັ້ນຕອນລະອຽດ, ຕິດຄັດໄປນຳນັ້ນ ແມ່ນບັນດາບົດພິພາກກ່ຽວກັບເສດຖະກິດ, ເຕັກນິກ ແລະ ສິ່ງແວດລ້ອມ. ພວກເຮົາຕ້ອງມີການຄາດຄະເນທີ່ຖືກຕ້ອງ ເພື່ອມີວິວັດຂັ້ນຕອນການລົງທຶນ, ຕ້ອງມີການຄິດໄລ່ເຖິງພື້ນທີ່ນ້ຳ ກໍ່ຄືໜ້າດິນ ເພື່ອຮັບໃຊ້ໃຫ້ແກ່ການຜັນຂະຫຍາຍໂຄງການ.

ຕອບກັບ

ຂ່າວ/ບົດ​ອື່ນ