ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບການນຳກຸ່ມບໍລິສັດ Airbus

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງໝາກຜົນການຮ່ວມມື, ດຳເນີນທຸລະກິດລະຫວ່າງກຸ່ມບໍລິສັດ Airbus ກັບບັນດາຄູ່ຮ່ວມມື ຫວຽດນາມ ໃນຂົງເຂດການບິນ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບການນຳກຸ່ມບໍລິສັດ Airbus - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າຕ້ອນຮັບທ່ານ Olivier Michalon, ຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Airbus Helicopters ທົ່ວໂລກ
(ພາບ: TTXVN)

        ຕອນບ່າຍວັນທີ 20 ມີນາ, ທີ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານ Olivier Michalon, ຮອງປະທານຝ່າຍບໍລິຫານກຸ່ມບໍລິສັດ Airbus Helicopters ທົ່ວໂລກ (ຂຶ້ນກັບກຸ່ມບໍລິສັດ Airbus).

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງໝາກຜົນການຮ່ວມມື, ດຳເນີນທຸລະກິດລະຫວ່າງກຸ່ມບໍລິສັດ Airbus ກັບບັນດາຄູ່ຮ່ວມມື ຫວຽດນາມ ໃນຂົງເຂດການບິນ. ທ່ານຮອງນາຍົກລັດຖະມົນຕີຖືວ່າ, Airbus ອາດຈະເຂົ້າຮ່ວມໜູນຊ່ວຍ ຫວຽດນາມ ໃນວິວັດການສ້າງຍຸດທະສາດ, ແຜນການພັດທະນາຂະແໜງອຸດສາຫະກຳການບິນ; ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ, ຜະລິດເຄື່ອງອາໄຫຼ່, ອຸປະກອນໃນລະບົບມູນຄ່າທົ່ວໂລກຂອງກຸ່ມບໍລິສັດ Airbus…

ສ່ວນທ່ານ Olivier Michalon ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ກຸ່ມບໍລິສັດ Airbus Helicopters ທົ່ວໂລກ ຈະສຸມໃສ່ລົງທຶນໃຫ້ແກ່ການເຄື່ອນໄຫວຄົ້ນຄວ້າ, ຖ່າຍທອດເຕັກໂນໂລຊີ, ບຳລຸງສ້າງນັກບິນ, ນັກວິສະວະກອນ… ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ