ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳ​ຍີ່​ປຸ່ນຫຼາຍ​ທ່ານ

(VOVWORLD) -ທີ່ບັນດາການພົບປະ, ບັນດາການນຳຍີ່ປຸ່ນ ໄດ້ຢັ້ງຢືນ ຖືເປັນສຳຄັນການພົວພັນຮ່ວມມືກັບ ຫວຽດນາມ, ມານະພະຍາຍາມເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືສອງປະເທດ ໃຫ້ມີການພັດທະນາຢ່າງແທດຈິງກ່ວານີ້ອີກ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ພົບ​ປະ​ກັບ​ການ​ນຳ​ຍີ່​ປຸ່ນຫຼາຍ​ທ່ານ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ພົບປະກັບການນຳຍີ່ປຸ່ນຫຼາຍທ່ານ (ພາບ: VOV)

ຕອນບ່າຍວັນທີ 3 ມີນາ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມລັດຖະມົນຕີກ່ຽວກັບປະຊາຄົມປ່ອຍອາຍພິດລົງ 0 ຂອງອາຊີ (AZEC) ຢູ່ ໂຕກຽວ, ປະເທດຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ພົບປະກັບທ່ານປະທານສະພາຕ່ຳ ຍີ່ປຸ່ນ Hosoda Hiroyuki, ພົບປະກັບທ່ານປະທານສະຫະພັນສະມາຊິກລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ Nikai Toshihiro ແລະ ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ເສດຖະກິດ, ການຄ້າ ແລະ ອຸດສາຫະກຳ Nishimura Yasutoshi ແລະ ສະມາຊິກລັດຖະສະພາພັກ ປະຊາທິປະໄຕ ເສລີ ໃນຂົງເຂດສິ່ງແວດລ້ອມບາງທ່ານ.

ທີ່ບັນດາການພົບປະ, ບັນດາການນຳຍີ່ປຸ່ນ ໄດ້ຢັ້ງຢືນ ຖືເປັນສຳຄັນການພົວພັນຮ່ວມມືກັບ ຫວຽດນາມ, ມານະພະຍາຍາມເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືສອງປະເທດ ໃຫ້ມີການພັດທະນາຢ່າງແທດຈິງກ່ວານີ້ອີກ. ໃນການຕ້ອນຮັບທ່ານລັດຖະມົນຕີເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຢັ້ງຢືນວ່າ ເລື່ອງ ຫວຽດນາມ ຈັດສົ່ງຄະນະການນຳເຂົ້າຮ່ວມກອງປະຊຸມຄັ້ງນີ້ ສະແດງໃຫ້ເຫັນການຕັ້ງໜ້າ, ຄວາມເປັນເຈົ້າການ ແລະ ມານະພະຍາຍາມຂອງ ຫວຽດນາມ ໃນການປະຕິບັດເປົ້າໝາຍຫຼຸດການປ່ອຍອາຍພິດເຮືອນແກ້ວລົງ.

ຕອບກັບ

ຂ່າວ/ບົດ​ອື່ນ