ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມກອງປະຊຸມປະກາດການວາງແຜນແຂວງ ເງະອານຮອດປີ 2030, ວິໄສທັດຮອດປີ 2050

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ, ການວາງແຜນໃໝ່ຈະເປີດໂອກາດໃໝ່ໃນການພັດທະນາໃຫ້ແກ່ແຂວງ ເງະອານ.
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມກອງປະຊຸມປະກາດການວາງແຜນແຂວງ ເງະອານຮອດປີ 2030, ວິໄສທັດຮອດປີ 2050 - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

        ຕອນເຊົ້າວັນທີ 13 ມັງກອນ, ຢູ່ນະຄອນ ວິງ, ແຂວງ ເງະອານ, ໄດ້ຈັດກອງປະຊຸມປະກາດການວາງແຜນແຂວງ ເງະອານ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເຂົ້າຮ່ວມກອງປະຊຸມ.

        ຕາມການວາງແຜນແລ້ວ, ຮອດປີ 2030, ເງະອານ ກາຍເປັນແຂວງທີ່ຢູ່ໃນລະດັບດີພໍສົມຄວນຂອງທົ່ວປະເທດ, ແມ່ນສູນເສດຖະກິດ, ສາທາລະນະສຸກ, ການສຶກສາ, ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີຂອງເຂດທິດເໜືອພາກກາງ. ເປົ້າໝາຍທີ່ໄດ້ວາງອອກແມ່ນ ລະດັບເຕີບໂຕໃນບໍລິເວນແຂວງ (GRDP) ຄິດສະເລ່ຍໄລຍະ 2021 – 2030 ບັນລຸປະມານ 11,0%/ປີ; GRDP ຄິດສະເລ່ຍຕໍ່ຫົວຄົນປະມານ 8.000 USD. ວິໄສທັດຮອດປີ 2050, ເງະອານ ແມ່ນແຂວງພັດທະນາຢ່າງຮອບດ້ານ, ສິວິໄລ, ທັນສະໄໝຂອງທົ່ວປະເທດ.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ, ການວາງແຜນໃໝ່ຈະເປີດໂອກາດໃໝ່ໃນການພັດທະນາໃຫ້ແກ່ແຂວງ ເງະອານ. ທ່ານໄດ້ສະເໜີໃຫ້ແຂວງ ເງະອານ ຕ້ອງກວດກາບັນດາການວາງແຜນລະອຽດ ຕິດພັນເຂດຕົວເມືອງ - ອຸດສາຫະກຳ - ການບໍລິການ ກັບບັນດາກິດຈະກຳພື້ນຖານໂຄງລ່າງ ກຳນົດທິດພວມລົງທຶນກໍ່ສ້າງ, ໃຫ້ບຸລິມະສິດບັນດາໂຄງການພື້ນຖານໂຄງລ່າງເຊື່ອມຕໍ່ເຂດ, ແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ