ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ວັນທີ 14 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Catherine Stewart ເອກອັກຄະລັດຖະທູດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ການາດາ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອ​ງ​ດິນ​ຟ້າ​ອາ​ກາດ - ảnh 1

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ການຕ້ອນຮັບທ່ານນາງ Catherine Stewart ເອກອັກຄະລັດຖະທູດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ການາດາ (ພາບ: VGP/MK )

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ໄດ້ປະກາດໃຊ້ ການວາງແຜນກຳນົດໄຟຟ້າ VIII ດ້ວຍເປົ້າໝາຍວ່າໃນການພັດທະນາພະລັງງານທົດແທນ ເພື່ອປະຕິບັດຄຳໝັ້ນສັນຍາ ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງລະດັບ 0 (Net Zero) ໃນປີ 2050. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ຕ້ອງການການໜູນຊ່ວຍ ໃນການຄິດໄລ່ຂໍ້ອ້າງອີງວິທະຍາສາດ, ເຕັກນິກ, ເງື່ອນໄຂເຕັກໂນໂຢລີ, ແຫຼ່ງຊັບພະຍາກອນມະນຸດ ເພື່ອແກ້ໄຂບັນດາບັນຫາພັດທະນາພະລັງງານທົດແທນ, ເປັນຕົ້ນແມ່ນການຮັບປະກັນລະບົບໄຟຟ້າພື້ນຖານມີຄວາມດຸ່ນດຽງ ແລະ ສະຖຽນລະພາບ, ຄ່າໃຊ້ຈ່າຍໃນການສົ່ງໄຟຟ້າ, ລາຄາຂາຍ. ຫວຽດນາມ ປາດຖະໜາວ່າບັນດານັກລົງທຶນສະເໜີຂໍ້ລິເລີ່ມ, ສ້າງໂຄງການລະອຽດ, ຄິດໄລ່ເຖິງບັນດາບັນຫານິຕິກຳ, ຈາກນັ້ນ ສ້າງເປັນກົນໄກ, ນະໂຍບາຍແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ “ຫວຽດນາມ ບໍ່ມີຂໍ້ຈຳກັດໃນການພັດທະນາ ບັນດາແຫຼ່ງໄຟຟ້າທົດແທນ ຮັບໃຊ້ການ ສົ່ງອອກ, ຜະລິດ hydro, ຊື້ຂາຍໄຟຟ້າໂດຍກົງ”. ທ່ານຮອງນາຍົກລັດຖະມົນຕີ ກໍ່ຕີລາຄາສູງທັດສະນະ, ນະໂຍບາຍຂອງການາດາໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນສີຂຽວ; ທ່ານຖືວ່າ ການາດາ ອາດຈະແບ່ງປັນບົດຮຽນປະສົບການ, ວິທີການ, ເຄື່ອງມືກຳນົດລາຄາ ກາກບອນ ເພື່ອແນໃສ່ໜູນຊ່ວຍຫວຽດນາມ ໃນການສ້າງຕະຫຼາດກາກບອນ.

ສ່ວນທ່ານນາງ Catherine Stewart ສະແດງຄວາມຮູ້ສຶກປະທັບໃຈຕໍ່ບັນດາຄຳໝັ້ນສັນຍາ ບັນລຸເປົ້າໝາຍ Net Zero ໃນປີ 2050 ຂອງ ຫວຽດນາມ, ທ່ານນາງປາດຖະໜາ ຢາກມີການຮ່ວມມື, ສະໜັບສະໜູນຂອງຫວຽດນາມ ເພື່ອບັນລຸໄດ້ຂໍ້ຕົກລົງກ່ຽວກັບການຫຼຸດຜ່ອນຂີ້ເຫຍື້ອ, ຂີ້ເຫຍື້ອປຼາດຕິກ ໃນທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ