ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮວ່າ​ບິ່ງຮຽກຮ້ອງ​ໃຫ້ຜັນ​ຂະຫຍາຍ​ແຜນການ​ຂອງ​ລັດຖະບານ ກ່ຽວກັບການ​ຫັນ​ລະບຽບການ​ບໍລິຫານ​​ໃຫ້​ສະ​ດວກ​ງ່າຍ​ດາຍ

(VOVWORLD) -ແຜນຮ່າງ 896 ໄດ້ສ້າງບາດກ້າວບຸກທະລຸໃນການຄຸ້ມຄອງພົນລະເມືອງ, ຫັນສໍາເນົາເອກະສານລາຍລັກອັກສອນເປັນສໍາເນົາເອກະສານທາງເອເລັກໂຕນິກ ຜ່ານບັນດາໂປແກຼມເຕັກໂນໂລຢີຂໍ້ມູນຂ່າວສານ ກາຍເປັນແຫຼ່ງຂໍ້ມູນລວມຂອງບັນດາກະຊວງ, ຂະແໜງການ ອັນໄດ້ຊ່ວຍຍົກສູງປະສິດທິພາບໃນການແກ້ໄຂລະບຽບການບໍລິຫານ, ການບໍລິການສາທາລະນະອອນລາຍ. 
ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຈືອງ​ຮວ່າ​ບິ່ງຮຽກຮ້ອງ​ໃຫ້ຜັນ​ຂະຫຍາຍ​ແຜນການ​ຂອງ​ລັດຖະບານ ກ່ຽວກັບການ​ຫັນ​ລະບຽບການ​ບໍລິຫານ​​ໃຫ້​ສະ​ດວກ​ງ່າຍ​ດາຍ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: VGP)

        ຕອນບ່າຍວັນທີ 7 ເມສາ, ຢູ່ສໍານັກງານລັດຖະບານ, ຄະນະຊີ້ນໍາແຜນຮ່າງຫັນລະບຽບການບໍລິຫານ, ສໍາເນົາເອກະສານພົນລະເມືອງ ແລະ ບັນດາເອກະສານກ່ຽວຂ້ອງເຖິງການຄຸ້ມຄອງພົນລະເມືອງ ໄລຍະ 2013 – 2020 (ເອີ້ນຫຍໍ້ວ່າ ຄະນະຊີ້ນໍາ 896) ໃຫ້ສະດວກງ່າຍດາຍ ຊື່ງໄດ້ຈັດຕັ້ງກອງປະຊຸມອອນລາຍ ຜັນຂະຫຍາຍຫນ້າທີ່ໃນໄລຍະຈະມາເຖິງ. ກ່າວຄໍາເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ, ຫົວໜ້າຄະນະຊີ້ນໍາ ຊີ້ແຈ້ງວ່າ ແຜນຮ່າງ 896 ໄດ້ສ້າງບາດກ້າວບຸກທະລຸໃນການຄຸ້ມຄອງພົນລະເມືອງ, ຫັນສໍາເນົາເອກະສານລາຍລັກອັກສອນເປັນສໍາເນົາເອກະສານທາງເອເລັກໂຕນິກ ຜ່ານບັນດາໂປແກຼມເຕັກໂນໂລຢີຂໍ້ມູນຂ່າວສານ ກາຍເປັນແຫຼ່ງຂໍ້ມູນລວມຂອງບັນດາກະຊວງ, ຂະແໜງການ ອັນໄດ້ຊ່ວຍຍົກສູງປະສິດທິພາບໃນການແກ້ໄຂລະບຽບການບໍລິຫານ, ການບໍລິການສາທາລະນະອອນລາຍ. ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງກໍ ສະເໜີໃຫ້ບັນດາສະມາຊິກໃນຄະນະຊີ້ນໍາ ຕີລາຄາໝາກຜົນການຜັນຂະຫຍາຍແຜນຮ່າງດັ່ງກ່າວໃນປີ 2019; ຍົກອອກບັນດາມາດຕະການແກ້ໄຂເພື່ອນໍາແຜນຮ່າງດັ່ງກວ່າໄປຜັນຂະຫຍາຍຢູ່ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ ແລະ ສະເໜີໃຫ້ປະຕິບັດແຜນການປີ 2020 ໃຫ້ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ