ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ຕ້ອນ​ຮັບ​ຫົວ​ໜ້າ​ໂຄງ​ການ ຫວຽດ​ນາມ ປະ​ຈຳ ມະ​ຫາ​ວິ​ທະ​ຍາ​ໄລ Harvard ແລ​ະ ບັນ​ດາ​ນັກ​ຊ່ຽວ​ຊານ ມະ​ຫາ​ວິ​ທະ​ຍາ​ໄລ Fulbright ຫວຽດ​ນາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ໃຫ້ການຕ້ອນຮັບ ສາດສະດາຈານ ທ່ານ Thomas Vallely, ຫົວໜ້າໂຄງການ ຫວຽດນາມ ປະຈຳມະຫາວິທະຍາໄລ Harvard ແລະ ບັນດານັກຊ່ຽວຊານ ມະຫາວິທະຍາໄລ Fullbright ຫວຽດນາມ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ຕ້ອນ​ຮັບ​ຫົວ​ໜ້າ​ໂຄງ​ການ ຫວຽດ​ນາມ ປະ​ຈຳ ມະ​ຫາ​ວິ​ທະ​ຍາ​ໄລ Harvard ແລ​ະ ບັນ​ດາ​ນັກ​ຊ່ຽວ​ຊານ ມະ​ຫາ​ວິ​ທະ​ຍາ​ໄລ Fulbright ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ການຕ້ອນຮັບ ສາດສະດາຈານ ທ່ານ Thomas Vallely (ພາບ: VGP)

ຕອນເຊົ້າວັນທີ 19 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ໃຫ້ການຕ້ອນຮັບ ສາດສະດາຈານ ທ່ານ Thomas Vallely, ຫົວໜ້າໂຄງການ ຫວຽດນາມ ປະຈຳມະຫາວິທະຍາໄລ Harvard ແລະ ບັນດານັກຊ່ຽວຊານ ມະຫາວິທະຍາໄລ Fullbright ຫວຽດນາມ. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ຊົມເຊີຍ ອາເມລິກາ ສືບຕໍ່ລົງທຶນໄລຍະຍາວຢູ່ມະຫາວິທະຍາໄລ Fullbright ປະຈຳ ຫວຽດນາມ, ພ້ອມທັງຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ເອົາໃຈໃສ່, ໃຫ້ການໜູນຊ່ວຍເພື່ອໃຫ້ມະຫາວິທະຍາໄລ Fullbright ກາຍເປັນໜຶ່ງໃນບັນດາສູນບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢູ່ ຫວຽດນາມ.

        ສ່ວນທ່ານສາດສະດາຈານ Thomas Vallely ໃຫ້ຮູ້ວ່າ ຈະສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຕັ້ງໜ້າຊຸກຍູ້ ແລະ ກະກຽມໃຫ້ແກ່ການຈັດລາຍການການນຳຂັ້ນສູງ ຫວຽດນາມ (VELP) ປີ 2024, ເຊິ່ງຄາດວ່າ ຈະຈັດຂຶ້ນໃນເດືອນ ເມສາ; ພ້ອມທັງຫວັງວ່າ ລາຍການປຶກສາຫາລືຢູ່ VELP 2024 ຈະບັນລຸໄດ້ບັນດາເນື້ອໃນທີ່ຂະຫຍັນຂັນເຄື່ອນກວ່າ, ອັບເດັດໄດ້ຫຼາຍຂໍ້ມູນກວ່າ ແລະ ສອດຄ່ອງກັບສະພາບການທົ່ວໂລກໃນປັດຈຸບັນ ກໍຄື ຕໍ່ການພັດທະນາຂອງພື້ນຖານເສດຖະກິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ