ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ພົບ​ປະ​ທ່ານ​ນາງ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ

(VOVWORLD) - ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ສປຊ; ພ້ອມທັງປາດຖະໜາວ່າ ຫວຽດນາມ ຈະໃຫ້ການສົມທົບໃນການຜັນຂະຫຍາຍບັນດາໂຄງການດຳເນີນງານ; ທ່ານນາງກໍຢັ້ງຢືນວ່າ ບັນດາອົງການຈັດຕັ້ງຂອງ ສປຊ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ລະດົມແຫຼ່ງກຳລັງ, ຜ່ານນັ້ນ ຊ່ວຍ ຫວຽດນາມ ຍູ້ໄວການປະຕິບັດບັນດາເປົ້າໝາຍພັດທະນາ, ໂດຍສະເພາະແມ່ນການຫັນປ່ຽນພະລັງງານ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ພົບ​ປະ​ທ່ານ​ນາງ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ພົບປະທ່ານນາງຮອງເລຂາທິການໃຫຍ່ ສປຊ Amina Mohammed (ພາບ: TTXVN)

ໃນລະຫວ່າງວັນທີ 5 – 6 ເມສາ (ຕາມເວລາທ້ອງຖິ່ນ), ໂດຍສືບຕໍ່ລາຍການເຄື່ອນໄຫວຢູ່ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ມີການເຄື່ອນໄຫວຫຼາຍຢ່າງຢູ່ ນິວຢອກ, ເຊັ່ນ: ພົບປະທ່ານນາງຮອງເລຂາທິການໃຫຍ່ ສປຊ Amina Mohammed, ຢ້ຽມຢາມ ແລະ ມີບົດກ່າວປາໄສຢູ່ມະຫາວິທະຍາໄລເຕັກໂນໂຢລີ Cornell, ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ໂດຍສະພາດຳເນີນທຸລະກິດເພື່ອຄວາມເຂົ້າໃຈສາກົນ ຈັດຂຶ້ນ.

ຢູ່ສຳນັກງານ ສປຊ, ໃນການພົບປະກັບທ່ານນາງຮອງເລຂາທິການໃຫຍ່ ສປຊ Amina Mohammed, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນ ແລະ ສະໜັບສະໜູນລັດທິຫຼາຍຝ່າຍ, ການຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນໂລກ ໂດຍອີງໃສ່ກົດໝາຍສາກົນ ແລະ ກົດບັດ ສປຊ, ສະໜັບສະໜູນບົດບາດເປັນໃຈກາງຂອງ ສປຊ ໃນລະບົບບໍລິຫານທົ່ວໂລກ ເພື່ອຮັບມືກັບບັນດາສິ່ງທ້າທາຍລວມ.

          ສ່ວນທ່ານຮອງເລຂາທິການໃຫຍ່  ສປຊ Amina Mohammed ຖືວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ສປຊ; ພ້ອມທັງປາດຖະໜາວ່າ ຫວຽດນາມ ຈະໃຫ້ການສົມທົບໃນການຜັນຂະຫຍາຍບັນດາໂຄງການດຳເນີນງານ; ທ່ານນາງກໍຢັ້ງຢືນວ່າ ບັນດາອົງການຈັດຕັ້ງຂອງ ສປຊ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ລະດົມແຫຼ່ງກຳລັງ, ຜ່ານນັ້ນ ຊ່ວຍ ຫວຽດນາມ ຍູ້ໄວການປະຕິບັດບັນດາເປົ້າໝາຍພັດທະນາ, ໂດຍສະເພາະແມ່ນການຫັນປ່ຽນພະລັງງານ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ພາຍຫຼັງເຮັດວຽກຢູ່ ສຳນັກງານ ສປຊ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ໄປຢ້ຽມຢາມ ແລະ ມີບົດກ່າວປາໄສຢູ່ໂຮງຮຽນເຕັກໂນໂລຢີ Cornell, ສັງກັດມະຫາວິທະຍາໄລ Cornell ທີ່ມີມາແຕ່ດົນນານ ແລະ ມີຊື່ສຽງຂອງ ອາເມລິກາ; ເຂົ້າຮ່ວມການໂອ້ລົມສົນທະນາກັບວິສາຫະກິດ ໂດຍສະພາດຳເນີນທຸລະກິດເພື່ອຄວາມເຂົ້າໃຈສາກົນຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ