ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ແລກ​ປ່ຽນ​ກັບ​ຜູ້​ຕາງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ເນັ້ນໜັກວ່າ ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເຊິ່ງ ຫວຽດນາມ ແລະ ອາເມລິກາສ້າງຕັ້ງຂຶ້ນໃນປີ 2023 ຈະສ້າງສະພາບແວດລ້ອມ ແລະ ກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ ໃນຫຼາຍຂົງເຂດ.



ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຄ໊າຍ ແລກ​ປ່ຽນ​ກັບ​ຜູ້​ຕາງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ - ảnh 1ການແລກປ່ຽນ ລະຫວ່າງສອງຝ່າຍ (ພາບ: TTXVN)

ຕອນບ່າຍວັນທີ 2 ເມສາ, ໃນເວລາເຂົ້າຮ່ວມໂຄງການຄຸ້ມຄອງການນຳ ຂັ້ນສູງ ຫວຽດນາມ (VELP) ຢູ່ Boston (ອາເມລິກາ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ມີການແລກປ່ຽນກັບທ່ານນາງ Katherine Tai ຜູ້ຕາງໜ້າ ການຄ້າ ອາເມລິກາ.

ທີ່ການແລກປ່ຽນກັບຜູ້ຕາງໜ້າການຄ້າ ອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ເນັ້ນໜັກວ່າ ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເຊິ່ງ ຫວຽດນາມ ແລະ ອາເມລິກາສ້າງຕັ້ງຂຶ້ນໃນປີ 2023 ຈະສ້າງສະພາບແວດລ້ອມ ແລະ ກຳລັງໜູນໃໝ່ໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ ໃນຫຼາຍຂົງເຂດ.

ທ່ານນາງ Katherine Tai ຢັ້ງຢືນ ຈະຕັ້ງໜ້າສົມທົບກັນຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ເຫັນດີເປັນເອກະພາບໃນຖະແຫຼງການຮ່ວມ ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ - ການຄ້າ - ການລົງທຶນ. ທ່ານນາງ ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍຜ່ານຂອບເຂດກອບສັນຍາກ່ຽວກັບການຄ້າ ແລະ ການລົງທຶນ (TIFA) ແລະ ການເຈລະຈາໃນຂອບເຂດເສດຖະກິດ ມະຫາສະໝຸດອິນເດຍ - ປາຊີຟິກ ເພື່ອຄວາມວັດທະນາຖາວອນ  (IPEF) ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ