ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຊີ້ນໍາການກໍານົດທິດພັດທະນາແຂວງ ດັກລັກ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫວ້ຖືວ່າ ເລື່ອງ ດັກລັກ ສໍາເລັດການສັບຊ້ອນ, ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນຂອງບັນດາບໍລິສັດເຮັດກະສິກໍາ, ປ່າໄມ້ ແມ່ນມີຄວາມໝາຍສໍາລັບທັງປະເທດໃນການປະຕິບັດມະຕິເລກທີ 30 ຂອງກົມການເມືອງ.
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຊີ້ນໍາການກໍານົດທິດພັດທະນາແຂວງ ດັກລັກ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ເຮັດວຽກກັບ ການນໍາແຂວງດັກລັກ (ພາບ: enternews.vn)

 ຕອນເຊົ້າວັນທີ 15 ກັນຍາ, ຢູ່ນະຄອນ ບວນມະທວດ, ທ່ານ ເວືອງດິ່ງເຫວ້ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີຫວຽດນາມ ແລະ ການນໍາຂອງບັນດາກະຊວງ,ຂະແໜງການຂັ້ນສູນກາງ ໄດ້ເປັນປະທານການເຮັດວຽກກັບການນໍາແຂວງ ດັກລັກ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມ ແລະ ການປະຕິບັດບັນດາມະຕິຂອງສູນກາງພັກ ແລະ ລັດຖະບານ ກ່ຽວກັບການສ້າງຊົນນະບົດໃໝ່, ເສດຖະກິດລວມໝູ່ ແລະ ການສັບຊ້ອນ, ປ່ຽນແປງໃໝ່, ພັດທະນາບັນດານິຄົມກະເສດ ແລະ ນິຄົມປ່າໄມ້. ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີເວືອງດິ່ງເຫວ້ຖືວ່າ ເລື່ອງ ດັກລັກ ສໍາເລັດການສັບຊ້ອນ, ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນຂອງບັນດາບໍລິສັດເຮັດກະສິກໍາ, ປ່າໄມ້ ແມ່ນມີຄວາມໝາຍສໍາລັບທັງປະເທດໃນການປະຕິບັດມະຕິເລກທີ 30 ຂອງກົມການເມືອງ.

        ກ່ຽວກັບການກໍານົດທິດການພັດທະນາຂອງແຂວງດັກລັກ ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຖືວ່າ ດັກລັກ ແມ່ນບໍລິເວນ “ຍຸດທະສາດຂອງຍຸດທະສາດ” ແລະ ຕ້ອງກາຍເປັນເມືອງເອກຂອງເຂດໄຕງວຽນ ອີງໃສ່ທ່າແຮງກ່ຽວກັບການຜະລິດກະສິກໍາຕິດພັນກັບອຸດສາຫະກໍາປຸ່ງແຕ່ງ, ການທ່ອງທ່ຽວ ແລະ ການອະນຸລັກຮັກສາວັດທະນະທໍາທີ່ເປັນມູນເຊື້ອ. 

ຕອບກັບ

ຂ່າວ/ບົດ​ອື່ນ