ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ເປັນປະທານກອງປະຊຸມ ຄະນະຊີ້ນໍາການປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຈົ່ງປະຕິບັດການຫັນເປັນຮຸ້ນສ່ວນ, ການຖອນທຶນຂອງລັດ ຢ່າງຮີບດ່ວນ ແລະ ຂ້ຽວຂາດ, ຮັບປະກັນສໍາເລັດແຜນການທີ່ໄດ້ມອບໝາຍໃຫ້ເປັນຢ່າງດີທີ່ສຸດ.
ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ເປັນປະທານກອງປະຊຸມ ຄະນະຊີ້ນໍາການປ່ຽນແປງໃໝ່ ແລະ ພັດທະນາວິສາຫະກິດ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ກ່າວຄໍາເຫັນທີ່ກອງປະຊຸມ

ຕາມບົດລາຍງານທີ່ກອງປະຊຸມແລ້ວ, ໄລຍະຜ່ານມາບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ໄດ້ອະນຸມັດຜ່ານແຜນການຫັນເປັນຮຸ້ນສ່ວນ ວິສາຫະກິດ 19 ແຫ່ງ, ເຊິ່ງຍອດມູນຄ່່າວິສາຫະກິດແມ່ນກວ່າ 40.000 ຕື້ດົງ, ໃນນັ້ນ ມູນຄ່າທຶນຂອງລັດແມ່ນກວ່າ 23.000 ຕື້ດົງ. ຈໍານວນວິສາຫະກິດສ້າງຕັ້ງຂຶ້ນໃໝ່ໃນທົ່ວປະເທດ ໄລຍະ 6 ເດືອນຕົ້ນປີ 2018 ແມ່ນ 64.531 ແຫ່່ງ, ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາທີ່ກອງປະຊຸມແລກປ່ຽນຂອງຄະນະຊີ້ນໍາການປ່ຽນແປງໃໝ່ ແລະພັດທະນາວິສາຫະກິດ ກ່ຽວກັບສະພາບການຈັດຕັ້ງ, ຫັນເປັນຫຸ້ນສ່ວນ, ຖອນທຶນ, ສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ແລະພັດທະນາວິສາຫະກິດໃນ 6 ເດືອນຕົ້ນປີ; ຜັນຂະຫຍາຍໜ້າທີ່, ມາດຕະການ ຂອງ 06 ເດືອນທ້າຍປີ 2018.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຈົ່ງປະຕິບັດການຫັນເປັນຮຸ້ນສ່ວນ, ການຖອນທຶນຂອງລັດ ຢ່າງຮີບດ່ວນ ແລະ ຂ້ຽວຂາດ, ຮັບປະກັນສໍາເລັດແຜນການທີ່ໄດ້ມອບໝາຍໃຫ້ເປັນຢ່າງດີທີ່ສຸດ. ພ້ອມກັນນັ້ນ, ຮັບປະກັນການເກັບລາຍຮັບງົບປະມານແຫ່ງລັດ ຕາມມະຕິຂອງສະພາແຫ່ງຊາດໄດ້ປະກາດໃຊ້; ພິເສດແມ່ນແກ້ໄຂບັນດາສິ່ງຄ້າງຄາ, ບັນຫາຮ້ອນເຮັ່ງທີ່ເກີດຂຶ້ນໃນການປະຕິບັດ ຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ