ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໃຫ້ການຕ້ອນຮັບຮອງປະທານອົງການຕ້ານການສໍ້ຫຼາດບັງຫຼວງຂຶ້ນກັບປະທານາທິບໍດີ ສະຫະພັນ ລັດເຊຍ.

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງຢັ້ງຢືນວ່າ ລັດຖະບານ ຫວຽດນາມຈະສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ ອົງການທັງສອງປະເທດເພື່ອສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ຫຼາດບັງຫຼວງ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໃຫ້ການຕ້ອນຮັບຮອງປະທານອົງການຕ້ານການສໍ້ຫຼາດບັງຫຼວງຂຶ້ນກັບປະທານາທິບໍດີ ສະຫະພັນ ລັດເຊຍ. - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໃຫ້ການຕ້ອນຮັບກັບຄະນະຜູ້ແທນຂັ້ນສູງຂອງອົງການຕ້ານການສໍ້ຫຼາດບັງຫຼວງ ລັດເຊຍ

ຕອນບ່າຍວັນທີ 18 ກຸມພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ໃຫ້ການຕ້ອນຮັບ ທ່ານຮອງປະທານອົງການຕ້ານການສໍ້ຫຼາດບັງຫຼວງຂຶ້ນກັບປະທານາທິບໍດີ ສະຫະພັນ ລັດເຊຍ Alexander Anikin. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານ ເຈືອງຮ່ວາບິ່ງ ໄດ້ເນັ້ນໜັກວ່າ: ຫວຽດນາມ ຍາມໃດຖືວຽກງານການປ້ອງກັນແລະຕ້ານການສໍ້ຫຼາດບັງຫຼວງເປັນສຳຄັນ, ຖືວຽກງານດັ່ງກ່າວເປັນໜ້າທີ່ສຳຄັນ - ເປັນໜຶ່ງໃນບັນດາບຸລິມະສິດແຖວໜ້າເພື່ອສ້າງຕັ້ງພື້ນຖານການບໍລິຫານທີ່ເປັນມືອາຊີບ, ທັນສະໄໝ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ຍົກສູງຄວາມຮັບຜິດຂອບໃນການອະທິບາຍຢ່າງຈະແຈ້ງ, ມີລັກສະນະເປີດເຜີຍ, ໂປ່ງໃສ. ພ້ອມທັງຢັ້ງຢືນວ່າ ລັດຖະບານ ຫວຽດນາມຈະສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ ອົງການທັງສອງປະເທດເພື່ອສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ຫຼາດບັງຫຼວງ, ແລກປ່ຽນບົດຮຽນໃນການປະຕິບັດລະບອບລະບຽບການ, ນະໂຍບາຍ ແລະ ກົດໝາຍໃຫ້ສຳເລັດ. ທ່ານຮອງນາຍົກລັດຖະມົນຕີກໍ່ສະແດງຄວາມຫວັງວ່າ: ອົງການຂອງທັງສອງປະເທດຈະມີການລົງນາມໂດຍໄວເພື່ອຍົກລະດັບບົດບັນທຶກຊ່ວຍຈຳໃນການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.

        ໃນວັນດຽວກັນ, ທ່ານເລມິງຂ໋າຍ ປະທານ ອົງການກວດກາລັດຖະບານ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ແລະ ມີການພົບປະເຈລະຈາ ກັບຄະນະຜູ້ແທນຂັ້ນສູງຂອງອົງການຕ້ານການສໍ້ຫຼາດບັງຫຼວງ ຂຶ້ນກັບ ປະທານາທິບໍດີ ສະຫະພັນ ລັດເຊຍ. ທີ່ການພົບປະເຈລະຈາ, ທັງສອງຝ່າຍໄດ້ແລກປ່ຽນກ່ຽວກັບບາງເນື້ອໃນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການປັບປຸງເພີ່ມເຕີມ, ຍົກລະດັບບົດບັນທຶກຊ່ວຍຈຳໃນການຮ່ວມມື ການປ້ອງກັນ ແລະ ຕ້ານການສໍ້ຫຼາດບັງຫຼວງ ລະຫວ່າງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ