ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງເຮັດວຽກຢູ່ແຂວງກວາງຈິ

(VOVWORLD) -ວັນທີ 20 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິ່ງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຄ້າເຖື່ອນ, ການສໍ້ໂກງການຄ້າ ແລະ ສິນຄ້າປອມ (ຄະນະຊີ້ນຳ 389 ແຫ່ງຊາດ) ໄດ້ເຮັດວຽກຢູ່ແຂວງກວາງຈິ ກ່ຽວກັບສະພາບການເສດຖະກິດ, ສັງຄົມ ແລະ ວຽກງານຕ້ານການຄ້າເຖື່ອນ, ສໍ້ໂກງດ້ານການຄ້າ.

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງເຮັດວຽກຢູ່ແຂວງກວາງຈິ - ảnh 1 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງເຮັດວຽກຢູ່ແຂວງກວາງຈິ

(ພາບ: baotainguyenmoitruong.vn)

ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ເນັ້ນໜັກວ່າ, ແຂວງ ກວາງຈິ ຄວນສືບຕໍ່ປະຕິບັດການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳ 389 ແຫ່ງຊາດ ຢ່າງມີປະສິດທິຜົນ; ເພີ່ມທະວີການຕ້ານການຄ້າເຖື່ອນ, ສໍ້ໂກງດ້ານຄ້າ ແລະ ສິນຄ້າປອມ; ຖືນີ້ແມ່ນໜ້າທີ່ການເມືອງສຳຄັນຢ່າງເປັນປະຈຳ ແລະ ຕໍ່ເນື່ອງ.

ແລະ ກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ກໍ່ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ບັນດາຄອບຄົວທຸກຍາກຈຳນວນໜຶ່ງຢູ່ເມືອງດັກກະຣົງ.

ຕອບກັບ

ຂ່າວ/ບົດ​ອື່ນ