ທ່ານຮອງນາຍົກລັດຖະມົນຕີຟ້າມບີງມິງຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍແລະເຢຍລະມັນ

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມິງຕ້ອນຮັບເອກອັກຄະລັດຖະທູດກຳປູເຈຍແລະເຢຍລະມັນ - ảnh 1
ທ່ານ ຟ້າ​ມບີ​ງມິງໃຫ້ການ​ຕ້ອນຮັບ ທ່ານ Hul Phany
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ບ່າຍ​ວັນ​ທີ 27/07 ຢູ່ ຮ່າ​ໂນ້ຍ, ທ່ານ ຟ້າ​ມບີ​ງມິງ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ ທ່ານ Hul Phany ​ເອກ​ອັກຄະ​ລັດຖະທູດ​ແຫ່ງລາຊະ​ອານາຈັກ ກຳປູ​ເຈຍ ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​​ການປະຕິບັດ​ໜ້າ​ທີ່ການ​ທູດ​ຢູ່ ຫວຽດນາມ. ທ່ານຮອງ​ນາຍົກລັດຖະມົນຕີ ​ເຊື່ອ​ໝັ້ນ​ວ່າ: ພາຍຫລັງ​ສິ້ນ​ສຸດ​ອາຍຸ​ການ​ການ​ທູດຢູ່ ຫວຽດນາມ ​ເຖິງ​ວ່າ​ຢູ່​​ໃນ​ຖານະ​ຕຳ​ແໜ່​ງ​ໃດ ທ່ານ​ເອກ​ອັກຄະ​ລັດຖະທູດ Hul Phany ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ກຳປູ​ເຈຍ ​ເວົ້າ​ລວມ ກໍ່​ຄື​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ຊຶ່ງ​ມີ​ຢູ່​ແລ້ວ​ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 27/07, ທີ່​ການ​ຕ້ອນຮັບ​ທ່ານ Christian Berger ​ເອກ​ອັກຄະ​ລັດຖະທູດ​ວິ​ສາມັນ​ຜູ້​ມີ​ອຳນາດ​ເຕັມ​ສາທາລະນະ​ລັດ​ສະຫະພັນ ​ເຢຍລະ​ມັນ ​ເຂົ້າ​ຢ້ຽມ​ຂ່ຳນັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມີ​ງ ປາດ​ຖະໜາ​ວ່າ: ບັນດາ​ວິ​ສາ​ຫະກິດ ​ເຢຍລະ​ມັນ ​ເພີ່ມ​ທະວີ​ການ​ປະກົດ​ຕົວ​ຢູ່ ຫວຽດນາມ ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ ​ເຢຍລະ​ມັນ ມີ​ທ່າ​ແຮງ ​ແລະ ​ເໝາະ​ສົມ​ກັບກຳນົດ​ທິດ​ພັດທະນາ​ຂອງ ຫວຽດນາມ ຄື​ເຕັກ​ໂນ​ໂລ​ຢີສູງ, ພະລັງງານ​ຂຽວ ​ແລະ ຜະລິດ​ຄືນ​ໃໝ່…​ສວ່ນທ່ານ Christian Berger ຢືນຢັນ​ວ່າ: ​ເຢຍລະ​ມັນ ຍາມ​ໃດ​ກໍ່​ສະໜັບສະໜູນ ຫວຽດນາມ ​ໃນ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ສະມາຊິກ ອີ​ຢູ. ປາດ​ຖະໜາ​ຢາກ 2 ປະ​ເທດ​ສືບ​ຕໍ່​ຊຸກຍູ້​ບັນດາ​ໂຄງການ​ຈຸດ​ສຸມ ​ເພື່ອ​ແນ​ໃສ່​ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ.

ຂ່າວ/ບົດ​ອື່ນ