ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນບັນດາເຜົ່າສ່ວນຫນ້ອຍແຂວງແທງຮວາ

ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນບັນດາເຜົ່າສ່ວນຫນ້ອຍແຂວງແທງຮວາ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ພ້ອມ​ກັບ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:chinhphu.vn

(vovworld)-​ ຕອນ​ເຊົ້າ​ວັນ​ທີ 26/10, ກ່າວ​ຄຳ​ເຫັນ​ທີີ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ບັນ​ດາ​ເຜົ່າ​ສ່ວນ​ຫນ້ອຍ​ແຂວງ​ແທງ​ຮ​ວາ ຄັ້ງ​ທີ 2, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​ງານ​ຊື່ງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ແຂວງ ແທງ​ຮ​ວາ ເວົ້າ​ລວມ ແລະ ບັນ​ດາ​ເຜົ່າ​ສ່ວນ​ຫນ້ອຍ ຢູ່​ແຂວງ ແທງ​ຮ​ວາ ເວົ້າ​ສະ​ເພາະ ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ, ເປັນ​ຕົ້ນ​ແມ່ນ​ການ​ຫັນ​ປ່ຽນ​ພື້ນ​ຖານ​ໂຄງ​ລ່າງ, ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່, ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງວ່ອງ​ໄວ ແລະ ໝັ້ນ​ຄົງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟຸກ ໃສ່​ໃຈວ່າ ກາ​ນ​ນຳ​ແຂວງ ແທງ​ຮ​ວາ ສືບ​ຕໍ່​ສຸມ​ໃສ່​ແຫລ່ງ​ກຳ​ລັງ​ພັດ​ທະ​ນາ ແລະ ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ​ສັງ​ຄົມ​ໃຫ້​ສຳ​ເລັດ, ຍູ້​ໄວ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ທຸກ​ຍາກ, ເສີມ​ຂະ​ຫຍາຍ​ທ່າ​ໄດ້​ປ​ຽ​ບ​ຂອງ​​ແຕ່​ລະເຂດ.

ຂ່າວ/ບົດ​ອື່ນ