ທ່ານຮອງນາຍົກລັດຖະມົນຕີຫວູດືກດາມເຂົ້າຮ່ວມພິທີມອບນາມມະຍົດດວງດາວປີ2017

ທ່ານຮອງນາຍົກລັດຖະມົນຕີຫວູດືກດາມເຂົ້າຮ່ວມພິທີມອບນາມມະຍົດດວງດາວປີ2017 - ảnh 1
ພິ​ທີ​ມອບ​ນາມ​ມະ​ຍົດ​ດວງ​ດາວ​

(vovworld)- ຕອນ​ເຊົ້າ​ວັນ​ທີ 15/4, ຢູ່ ຮ່າ​ໂນ້ຍ, ສະ​ຫະສະ​ມາ​ຄົມຊອບ​ແວ ແລະ ບໍ​ລິ​ການ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ຫວຽດ​ນາມ (Vinasa) ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ນາມ​ມະ​ຍົດ​ດວງ​ດາວ​ໃຫ້​ແກ່ 64 ຜະ​ລິດ​ຕະ​ພັນ, ບໍ​ລິ​ການ​ຊອບ​ແວ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະ ສະ​ເຫລີມ​ສະ​ຫລອງ 15 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ຫະ​ສະ​ມາ​ຄົມ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຢືນ​ຢັນ​ວ່າ: ໃນ​ຊຸ​ມ​ປີ​ຜ່ານ​ມາ ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລ​າ​ຄາ​ສູງ​ຈາກ​ປະ​ຊາ​ຄົມ​ສາ​ກົນ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ,ໃນ​ນັ້ນ ພາກ​ສ່ວນ​ທີ່​ສຳ​ຄັນ​ມີ​ລັກ​ສະ​ນະ​ເປີດ​ຊ່ອງ​ທາງນັ້ນ​ແມ່ນ ຂ​ະ​ແຫນງ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປາດ​ຖະ​ຫ​ນາ​ຢາກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິ​ດ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ ສຸມ​ໃສ່​ພັດ​ທະ​ນາ​ບັນ​ດາ​ບໍ​ລິ​ການ​ກ່ຽວຂ້ອງ​ໂດຍ​ກົງ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່:

        “ຂ້າ​ພະ​ເຈົ້າ​ຫວັງ​ວ່າ ລາງວັນ​ດວງ​ດາວ ຈະ​ສືບ​ຕໍ່​ແມ່ນ​ແຫລ່​ງ​ລະ​ດົມ​ກຳ​ລັງ​ໃຈ​ອັນ​ໃຫ​ຍ່​ຫລວງ​ເພື່ອ​ໃຫ້​ບັນ​ດາ​ສ່ວ​ນ​ບຸກ​ຄົນ, ວິ​ສາ​ຫະ​ກິດ ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ ແລະ ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ສ້າງ​ຊອບ​ແວ​ຫລາຍ​ຢ່າງ​ເພື່ອ​ນຳ​ໃຊ້​ຢ່າງກວ້າງ​ຂວາງ​ໃນ​ສັງ​ຄົມ, ພື້ນ​ຖານ​ເສດ​ຖະ​ກິດ ແລະ ອອກ​ສູ່​ຕະ​ຫລາດ​ໂລກ.”


ຕອບກັບ

ຂ່າວ/ບົດ​ອື່ນ