ທ່ານຮອງນາຍົກລັດຖະມົນຕີຫວູວັນນິງຝາດຈົດໝາຍອວຍພອນປີໃໝ່ຊາວຂະແມ

ທ່ານຮອງນາຍົກລັດຖະມົນຕີຫວູວັນນິງຝາດຈົດໝາຍອວຍພອນປີໃໝ່ຊາວຂະແມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນິງ
(ພາບປະກອບ)


(vovworld) - ​​ໃນຈົດໝາຍ​ອວຍພອນ​ຊາວ​ຂະ​ແມ ​ໃນ​ໂອກາດ​ບຸນປີ​ໃໝ່ Chol Chnam Thmay, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ຊີ້​ແຈ້ງວ່າ, ​ໃນ​ປີຜ່ານມາ ​ແລະ ​ໃນ​ຊຸມ​ເດືອນ​ຕົ້ນ​ປີ, ລັດຖະບານ, ບັນດາ​ກະຊວງ ​ແລະ ທ້ອງ​ຖີ່​ນ ຕ່າງໆ​ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ປະຕິບັດ​ຫຼາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ ​ເພື່ອ​ແນ​ໃສ່​ພັດທະນາ​ເສດຖະກິດ - ສັງຄົມ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ. ພ້ອມ​ກັບ​ທົ່ວ​ປະ​ເທດ, ພະສົງ​ຊາວ​ເຜົ່າ​ຂະ​ແມ ​ໄດ້​ມີ​ການ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ບຸນປີ​ໃໝ່ Chol Chnam Thmay 2015 ດຳ​ເນີນ​ໄປ​ໃນ​ບັນຍາກາດ​ທົ່ວ​ປະ​ເທດ​ພວມ​ຕັ້ງໜ້າ​ກະກຽມ​ຈັດ​ຕັ້ງ​ຫຼາຍ​ເຫດການ​ສຳຄັນ​ຍິ່ງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນິງ ຫວັງ​ວ່າ, ປະຊາຊົນ, ພະສົງ​ຂະ​ແມ​ ຈະ​ຫ້າວຫັນ​ສ້າງ​ຜົນງານ​ຫຼາຍ​ຢ່າງ​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ​ບັນດາ​ເຫດການ​ສຳຄັນ​ຍິ່ງ​ຂອງ​ປະ​ເທດ; ພ້ອມ​ທັງ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ຜົນງານ​ທີ່​ບັນລຸ​ໄດ້, ອອກ​ແຮງ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຕັ້ງໜ້າ​ອອກ​ແຮງ​ງານ​ທຳ​ການ​ຜະລິດ, ສ້າງ​ຊີວິດ​ໃຫ້​ອິ່ມໜຳສຳລານ ​ແລະ ມີ​ຄວາມ​ຜາ​ສຸກ.

ຂ່າວ/ບົດ​ອື່ນ