ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ ຕັງຊານີ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ສາທາລະນະລັດ ເອກະພາບ ຕັງຊານີ, ວັນທີ 12 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ແລະ ຄະນະຜູ້ແທນລັດຖະບານຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ Majaliwa Kassim Majaliwa ນາຍົກລັດຖະມົນຕີ ຕັງຊານີ ດ້ວຍການເຂົ້າຮ່ວມຂອງການນໍາບັນດາກະຊວງ, ຂະແໜງການຕ່າງໆຂອງຕັງຊານີ.
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ ຕັງຊານີ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ແລະ ທ່ານ Majaliwa Kassim Majaliwa  ນາຍົກລັດຖະມົນຕີ ຕັງຊານີ (baoquocte.vn)

        ນະທີ່ນີ້, ການນໍາສອງທ່ານ ໄດ້ເຫັນດີເພີ່ມທະວີການພົວພັນດ້ານການເມືອງທີ່ສະໜິດສະໜົມຜ່ານການພົບປະແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ; ສົ່ງເສີມການພົບປະ, ແລກປ່ຽນ ແລະ ເຊື່ອມຕໍ່ບັນດາທ້ອງຖິ່ນຂອງສອງປະເທດ, ພ້ອມທັງສືບຕໍ່ສົມທົບ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ ສປຊ ແລະ ບັນດາເວທີປາໄສສາກົນອື່ນ.

        ກ່ຽວກັບດ້ານການຄ້າ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບມາດຕະການຫຼາຍຢ່າງ ເພື່ອແນໃສ່ຍູ້ແຮງການຄ້າ ໃຫ້ເໝາະສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ. ການນໍາສອງທ່ານ ກໍຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງສອງປະເທດ ຊຸກຍູ້ການເຈລະຈາເພື່ອລົງນາມໃນສັນຍາ ແລະ ຂໍ້ຕົກລົງສະບັບຕ່າງໆໂດຍໄວ, ສ້າງພື້ນຖານດ້ານນິຕິກໍາເພື່ອພັດທະນາການຮ່ວມມືສອງຝ່າຍ. ພິເສດ, ການນໍາສອງທ່ານໄດ້ເນັ້ນໜັກເຖິງສັນຍາອາລັກຂາ ແລະ ສົ່ງເສີມການລົງທຶນ ແລະ ສັນຍາຫຼີກລ້ຽງການເສຍພາສີຊ້ອນ.

        ກ່ອນໜ້ານ້ັນ, ຕອນບ່າຍວັນທີ 11 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ພ້ອມດ້ວຍຄະນະປະຕິບັດງານລັດຖະບານຫວຽດນາມ ໄດ້ໄປຢ້ຽມຢາມບໍລິສັດ Halotel ເຊິ່ງເປັນບໍລິສັດໂທລະຄົມມະນາຄົມ ສັງກັດ ກຸ່ມບໍລິສັດ ໂທລະຄົມມະນາຄົມກອງທັບຫວຽດນາມ (Viettel) ປະຈໍາ ຕັງຊານີ. 

ຕອບກັບ

ຂ່າວ/ບົດ​ອື່ນ