ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເນັ້ນຫນັກວ່າ:ຄວນປ່ຽນໃຫມ່ການເຄື່ອນໄຫວສົ່ງເສີມການຄ້າ

ທ່ານຮອງນາຍົກລັດຖະມົນຕີຮ່ວາງຈູງຫາຍເນັ້ນຫນັກວ່າ:ຄວນປ່ຽນໃຫມ່ການເຄື່ອນໄຫວສົ່ງເສີມການຄ້າ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ
ພາບ:anttn.vn

(vovworld)-​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ 15 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ ແລະ ພັດ​ທະ​ນາ, ຮັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ​ຫນຶ່ງ​ຂອງ​ກົມ​ສົ່ງ​ເສີມ​ການ​ຄ້າ ຊື່ງ​ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 6/7 ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ເນັ້ນ​ຫນັກ​ວ່າ: ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ຄວນ​ໄດ້​ຮັບ​ການ​ປ່ຽນ​ໃຫມ່, ມີ​ວິ​ໄສ​ທັດ​ຍາວ​​ນານ, ມ​ີ​ຈຸດ​ສຸມ, ໃນ​ນັ້ນ ສ​ຸມ​ໃສ່​ຫນູນ​ຊ່ວຍ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ຫລັກ​ແຫລ່ງ ​ແລະ ພາຍ​ໃນ​ປະ​ເທດ​ແມ່ນ​ຕິດ​ພັນ​ກັບການ​ປະ​ຕິ​ບັດ​ບັ້ນ​ຂົນ​ຂວາຍຊາວ​ຫວຽດ​ນາມ​ບຸ​ລິ​ມະ​ສິດ​ຊົມ​ໃຊ້​ສິນ​ຄ້າ​ຂອງ​ຫວຽດ​ນາມ. ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ ປາດ​ຖະ​ຫນາ​ວ່າ​: ໄລ​ຍະ​ຈະ​ມາ​ເຖິງ ກົມ​ສົ່ງ​ເສີມ​ການ​ຄ້າຈະ​ເສີມ​ຂະ​ຫຍາຍ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້, ສືບ​ຕໍ່​ແມ່ນ​ອົງ​ການ​ຊ່ວຍ​ລັດ​ຖະ​ບານ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ສ້າງ​ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ​ຢ່າງ​ມີ​ສິດ​ທິ​ຜົນ​ກວ່າ​ເພື່ອ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

ຂ່າວ/ບົດ​ອື່ນ