ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫວ້ຕ້ອນຮັບຄະນະຜູ້ແທນອົງການຮ່ວມມືສາກົນຍີ່ປຸ່ນ

ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫວ້ຕ້ອນຮັບຄະນະຜູ້ແທນອົງການຮ່ວມມືສາກົນຍີ່ປຸ່ນ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້

(vovworld) –​​ ​ ຕອນ​ເຊົ້າ​ວັນ​ທີ 16/06 ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ອົງການ​ຮ່ວມ​ມື​​ສາກົນ ຍີ່ປຸ່ນ (JICA) ​ໂດຍ​ທ່ານ​ຮອງ​ປະທານ Kenichi Tomiyoshi ນ​ຳໜ້າ. ທີ່​ການ​ເຮັດ​ວຽກ ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງ ດີງ​ເຫ​ວ້ ​ໃຫ້​ຮູ້​ວ່າ: ມະຕິ​ກອງ​ປະຊຸມ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ຄັ້ງ​ທີ 12 ​ແລະ ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​​ວາງ​ໜ້າ​ທີ່​ຈຸດ​ສຸມ​ໃນ​ໄລຍະ 5 ປີ​ຈະ​ມາ​ເຖິງ ​ແມ່ນ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ຕິດ​ພັນ​ກັບ​ການຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ, ​ໃນ​ນັ້ນ ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ໜ້າ​ທີ່​ສ້າງ​ໂຄງ​ປະກອບລັດ​ວິ​ສາ​ຫະກິດຄືນ​ໃໝ່, ລະບົບ​ບັນດາ​ທະນາຄານ​ການ​ຄ້າ, ​ແກ້​ໄຂໜີ້ເສຍ​ຢ່າງ​ມີ​ປະສິດທິ​ຜົ​ນ, ສ້າງ​ໂຄງປະກອບລາຍ​ຮັບ - ລາຍ​ຈ່າຍ​ງົບປະມານ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໜີ້ສາທາລະນະ. ຕາງໜ້າ​​ໃຫ້ລັດຖະບານ ຫວຽດນາມ ທ່ານ​ຮອງ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ​ບັນດາ​ການ​ຄົ້ນຄວ້າ​ຂອງ JICA ທີ່​ກ່ຽວຂ້ອງ​ເຖິງ 2 ຂົງ​ເຂດ​ສຳຄັນ​ທີ່​ສຸດ​ສຳລັບ ຫວຽດນາມ ​ແມ່ນ​ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃໝ່ ​ແລະ ຂອບ​ເຂດ​ທະນາຄານ​ໃນ​ໄລ​ຍະ​ຜ່ານ​ມາ, ຖື​ນີ້​ແມ່ນ​ບັນດາ​ການ​ໜູນ​ຊ່ວຍ, ​ໃຫ້​ຄຳປຶກສາ​ດ້ານ​ນະ​ໂຍບາຍ​ທີ່ສຳຄັນ​ເພື່ອ​ໃຫ້ ຫວຽດນາມ ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ດັ່ງກ່າວ.       

        ສ່ວນຝ່າຍ JICA ທ່ານ Kenichi Tomiyoshi ຍົກ​ອອກ​ບັນດາ​ຂໍ້ສະເໜີ​ແນະ​ມີ​ລັກສະນະ​ລະບົບ, ພື້ນຖານ​ສຳລັບ​ການ​ປະຕິບັດ​ສ້າງ​ໂຄງ​ປະກອບ​ລັດວິ​ສາ​ຫະກິດຄືນ​ໃໝ່ ກໍ່​ຄື​ແກ້​ໄຂ​ໜີ້​ເສຍ ​ແລະ ບັນດາ​ທະນາຄານ​ການ​ຄ້າອ່ອນ​ດ້ອຍ​ຂອງ ຫວຽດນາມ ​ໄລ​ຍະ 2016 – 2020.

 

ຂ່າວ/ບົດ​ອື່ນ