ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫຽນ ຕ້ອນຮັບ ປະທານກຳມາທິການຍຸດຕິທຳ ລາວ

(VOVWORLD) - ຕອນບ່າຍວັນທີ 26 ມິຖຸນາ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫຽນ ໄດ້ຕ້ອນຮັບ ທ່ານປະທານກຳມາທິການຍຸດຕິທຳ ຂອງສະພາແຫ່ງຊາດລາວ ບົວຄຳ ທິບພາວົງ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫຽນ ຕ້ອນຮັບ ປະທານກຳມາທິການຍຸດຕິທຳ ລາວ - ảnh 1 ບັນດາຜູ້ແທນຖ່າຍຮູບທີ່ລະນຶກພາຍຫຼັງການຕ້ອນຮັບ

ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນ ຢືນຢັນວ່າ: ການຢ້ຽມຢາມຄັ້ງນີ້ແມ່ນໂອກາດເພື່ອໃຫ້ 2 ກຳມາທິການຕຸລາການຍຸດຕິທຳ ຂອງສະພາແຫ່ງຊາດ ສອງປະເທດ ຮ່ວມກັນແລກປ່ຽນ, ສຶກສາບົດຮຽນເຊິ່ງກັນ ແລະ ກັນ; ເພີ່ມທະວີການພົວພັນຮ່ວມມືມິດຕະພາບ ລະຫວ່າງສອງປະເທດ. ດ້ວຍຖານະຕຳແໜ່ງເປັນປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ-ລາວ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວກຫຽນໃຫ້ຄຳໝັ້ນສັນຍາວ່າ: ຈະປະກອບສ່ວນຈົນສຸດຄວາມສາມາດຂອງຕົນ ແນໃສ່ເພີ່ມທະວີການພົວພັນແລກປ່ຽນ, ຊຸກຍູ້ການຮ່ວມມືລະຫວ່າງສະມາຊິກສະພາແຫ່ງຊາດ ສອງປະເທດ ແລະ ຄວາມສາມັກຄີມິດຕະພາບລະຫວ່າງ ຫວຽດນາມ-ລາວ. ທ່ານ ບົວຄຳ ທິບພາວົງ ປາຖະໜາເພີ່ມທະວີການແລກປ່ຽນ, ຮ່ວມມືລະຫວ່າງ 2 ກຳມາທິການຍຸດຕິທຳ ຂອງສະພາແຫ່ງຊາດ ສອງປະເທດໃນວຽກງານກຳນົດກົນໄກ, ສົມທົບ ແລະ ຕິດຕາມກວດກາຜົນຂອງການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃນຂົງເຂດຍຸດຕິທຳ, ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຢູ່ຫວຽດນາມ, ກໍ່ຄືແບບວິທີການຄົ້ນຄວ້າ, ຄຳຮ້ອງທຸກ, ຄຳຮ້ອງຂໍຄວາມເປັນທຳຂອງກຳມາທິການຍຸດຕິທຳ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ