ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດ​ນາມ ໄປຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ບຸນ​ເຕັດຢູ່ ​ແຂວງ ກຽນ​ຢາງ

(VOVWORLD) -ທ່ານຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈີ່ນແທງເໝີ້ນ ມອບຂອງຂວັນ ຈຳນວນ 100 ພູດ ແລະ ເຮືອນແຫ່ງຄວາມມະຫາສາມັກຄີ 5 ຫຼັງໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ນະຄອນ ແລັກຢ້າ, ມອບຂອງຂວັນຈຳນວນ 100 ພູດໃຫ້ຊາວຜູ້ອອກງານຢູ່ເຂດອຸດສາຫະກຳ ແທງລົກ.
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດ​ນາມ ໄປຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ບຸນ​ເຕັດຢູ່ ​ແຂວງ ກຽນ​ຢາງ - ảnh 1ທ່ານ ເຈີ່ນແທງເໝີ້ນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ ນະຄອນ ແຣັກຢ໊າ

ຕອນບ່າຍ ວັນທີ 23 ມັງກອນ, ທ່ານ ເຈີ່ນແທງເໝີ້ນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ແຂວງ ກຽນຢາງ. ທ່ານຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈີ່ນແທງເໝີ້ນ ມອບຂອງຂວັນ ຈຳນວນ 100 ພູດ ແລະ ເຮືອນແຫ່ງຄວາມມະຫາສາມັກຄີ 5 ຫຼັງໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ນະຄອນ ແຣັກຢ້າ, ມອບຂອງຂວັນຈຳນວນ 100 ພູດໃຫ້ຊາວຜູ້ອອກງານຢູ່ເຂດອຸດສາຫະກຳ ແທງລົກ.

ເນື່ອງໃນໂອກາດນີ້, ຄະນະຍັງໄດ້ໄປຢ້ຽມຢາມພະນັກງານທີ່ເປັນອະດີດການນຳແຂວງ ກຽນຢາງ ໃນແຕ່ລະສະໄໝ; ຢ້ຽມຢາມ ແລະ ອວຍພອນບຸນເຕັດ ບັນດາທະຫານປ້ອງກັນຊາຍແດນ ແຂວງ ກຽນຢາງ, ທ່ານຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈີ່ນແທັງເໝີ້ນ ສະເໜີວ່າ:

“ຂ້າພະເຈົ້າຫວັງວ່າ ການນຳແຂວງ, ທະຫານປ້ອງກັນຊາຍແດນ ຈະເອົາໃຈໃສ່ເພີ່ມທະວີຄວາມສາມັກຄີກັບປະຊາຊົນຢູ່ທ້ອງຖິ່ນ ເຊິ່ງບ່ອນໃດມີທະຫານ, ບ່ອນນັ້ນແມ່ນບ່ອນທີ່ປະຊາຊົນ ມີຄວາມໄວ້ເນື້ອເຊື່ອໃຈ. ຢູ່ໃຫ້ປະຊາຊົນຮັກແພງ, ໄປໃຫ້ປະຊາຊົນຄິດຮອດ, ຕ້ອງເຮັດວຽກງານມະຫາຊົນຕໍ່ກັບປະຊາຊົນ ຢູ່ຖິ່ນຖານທີ່ຕົນເອງດຳລົງຊີວິດໃຫ້ເປັນຢ່າງດີ.”

ຕອບກັບ

ຂ່າວ/ບົດ​ອື່ນ