ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຫງວຽນຈີ໊ວິ້ງ ຕອບສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານ ຫວຽດນາມ ປະຈໍາ ສ.ເກົາຫຼີ

(VOVWORLD) - ວັນທີ 5 ກັນຍາ, ນັກຂ່າວ ສໍານັກຂ່າວສານ ຫວຽດນາມ ປະຈໍາ ສ.ເກົາຫຼີ ໄດ້ມີການສໍາພາດທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ,ໃນນັ້ນໄດ້ເຕື້ອງເຖິງບັນດາເນື້ອໃນຕົ້ນຕໍຂອງການເຈລະຈາດ້ານປ້ອງກັນຊາດ ເຊີອູນ (SDD) ຂັ້ນຮອງລັດຖະມົນຕີ ຄັ້ງທີ 8  ເຊິ່ງພວມດໍາເນີນຢູ່ນະຄອນຫຼວງ ເຊີອູນ.
ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຫງວຽນຈີ໊ວິ້ງ ຕອບສໍາພາດຕໍ່ນັກຂ່າວ ສໍານັກຂ່າວສານ ຫວຽດນາມ ປະຈໍາ ສ.ເກົາຫຼີ - ảnh 1ທ່ານພົນໂທ ຫງວຽນຈີ໊ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ  ຕອບສໍາພາດ ນັກຂ່າວ ສໍານັກຂ່າວສານ ຫວຽດນາມ ປະຈໍາ ສ.ເກົາຫຼີ(ພາບ: TTXVN)

        ທ່ານພົນໂທ ຫງວຽນຈີ໊ວີ້ງ ໃຫ້ຂໍ້ສັງເກດວ່າ ເນື້ອໃນທໍາອິດທີ່ຈະໄດ້ນໍາມາປຶກສາຫາລືທີ່ເວທີປາໄສຄັ້ງນີ້ ແມ່ນບັນຫາສັນຕິພາບໃນແຫຼມເກົາຫຼີ ດ້ວຍບັນດາຜົນງານ, ໝາກຜົນ ທີ່ບັນລຸໄດ້ໃນ 2 – 3 ປີຜ່ານມາ, ພິເສດແມ່ນບົດບາດຂອງຫວຽດນາມ ແລະ ສິງກະໂປໃນການຈັດຕັ້ງບັນດາກອງປະຊຸມສຸດຍອດ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ກໍໄດ້ຮັບການຕີລາຄາສູງ. ຫົວຂໍ້ທີສອງ ເຊິ່ງບັນດານັກຮຽນຮູ້ກໍຄືການນໍາດ້ານການປ້້ອງກັນຊາດມີຄວາມສົນໃຈນັ້ນແມ່ນບັນຫາຄວາມໝັ້ນຄົງຢູ່ທະເລ. ທ່ານພົນໂທ ຫງວຽນຈີ໊ວີ້ງ ເນັ້ນໜັກວ່າ ປັດຈຸບັນ ມີຄວາມວິຕົກກັງວົນຫຼາຍຢ່າງຕໍ່ເລື່ອງກົດໝາຍສາກົນກ່ຽວກັບກົດໝາຍວ່າດ້ວຍທະເລ ພວມຖືກລະເມີດຢ່າງຮ້າຍແຮງ ແລະ ມີການນໍາໃຊ້ກໍາລັງອາວຸດ, ຫັນເປັນການທະຫານໃນເຂດທະເລລວມຂອງໂລກ, ລະເມີດເຖິງສິດຂອງບັນດາປະເທດແຄມທະເລ ແລະ ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ອາຊີ - ປາຊີຟິກ.

        ທ່ານພົນໂທ ຫງວຽນຈີ໊ວີ້ງ ໃຫ້ຮູ້ວ່າ ບັນຫາຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ກໍແມ່ນຫົວຂໍ້ໜຶ່ງທີ່ໄດ້ນໍາມາປຶກສາຫາລືຢູ່ເວທີປາໄສຄັ້ງນີ້. ໃນວາລະປະຊຸມກ່ຽວກັບຫົວເລື່ອງທີ່ຖືກຈັດຂຶ້ນໃນວັນທີ 4 ກັນຍາ, ຄະນະຜູ້ແທນຫວຽດນາມ ກໍ່ໄດ້ມີບົດກ່າວປາໄສກ່ຽວກັບບັນຫາດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ