ທ່ານ​ເລ​ຂາ​ທິ​ການ​ໃຫຍ່ Jens Stontenberg ເລັ່ງ NATO ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ໃຫ້​ແກ​່​ຢູ​ແກຼນ

(VOVWORLD) - ຢູແກຼນໄດ້ສົ່ງໃບຂໍສະໝັກເຂົ້າເປັນສະມາຊິກຂອງ NATO ໃນເດືອນກັນຍາປີ 2022 ແລະ ຢາກໄດ້ຮັບຄວາມຮັບປະກັນຄວາມໝັ້ນຄົງຢ່າງລະອຽດຈາກ NATO.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ Jens Stontenberg ເລັ່ງ NATO ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ ໃຫ້​ແກ​່​ຢູ​ແກຼນ - ảnh 1ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg
(ພາບ: Hanna Johre/REUTERS)

ວັນທີ 7 ມິຖຸນາ, ທ່ານເລຂາທິການໃຫຍ່ ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg ໄດ້ເລັ່ງສຳພັນທະມິດການທະຫານ ປຶກສາຫາລືບັນດາການຄັດເລືອກເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນພາຍຫຼັງການປະທະກັນກັບລັດເຊຍສິ້ນສຸດລົງ. ຕາມທ່ານເລຂາທິການໃຫຍ່ Jens Stoltenberg ແລ້ວ, NATO ຕ້ອງຮັບປະກັນວ່າປະຫວັດສາດຈະບໍ່ເກີດຂຶ້ນ ແລະ ບັນດາການກະທຳດ້ານການທະຫານຂອງລັດເຊຍ ກັບຢູແກຼນຈະສິ້ນສຸດລົງຢ່າງແທ້ຈິງ. ເພາະສະນັ້ນ, NATO ຕ້ອງມີຂອບຂະໜາດເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ຢູແກຼຍ ພາຍຫຼັງການປະທະກັນ.

ເຖິງຢ່າງໃດກໍ່ຕາມ ນີ້ແມ່ນບັນດາສ້າງຄວາມໂຕ້ຖຽງກັນໃນສຳພັນທະມິດ້ານການທະຫານ ອັດລັງຕິກເໜືອ. ບັນດາປະເທດຄື ອາເມລິກາ, ຝລັ່ງ ແລະ ເຢຍລະມັນຖືວ່າ ການຮັບເປັນສະມາຊິກຂອງ NATO ບໍ່ແມ່ນການເລືອກເອົາໃນໄລຍະສັ້ນ ແລະ ບໍ່ສາມາດມີການປຶກສາຫາລືທີ່ມີຄຸນນະພາບໃນໄລຍະເກີດການປະທະກັນ. ສ່ວນລັດຖະບານ ລັດເຊຍ ກໍ່ໄດ້ກ່າວເຕືອນເປັນຫຼາຍຄັ້ງວາ ການສະກັດກັ້ນ ຢູແກຼນເຂົ້າເປັນສະມາຊິກຂອງ NATO ຍັງແມ່ນເປົ້າໝາຍຫຼັກຂອງບັ້ນຮົບການທະຫານພິເສດນີ້, ພ້ອມທັງຖືວ່າ ຖານະເປັນສະມາຊິກຂອງ NATO ໃນອາຊຽນ ຈະກໍ່ຄວາມສ່ຽງຕໍ່ລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ