ທ່ານ​ເລ​ຂາ​ທິ​ການ​ໃຫຍ່ NATO ຮຽກ​ຮ້ອງ​ໃຫ້​ອຳ​ນາ​ດ​ການ​ປົກ​ຄອງ Kosovo ຫຼຸດ​ຄວາມ​ເຄ​ັ່ງ​ຕຶງ​ສຳ​ລັບ​ຊາວ Serbia

(VOVWORLD) -  ທ່ານເລຂາທິການໃຫຍ່ອົງການສົນທິສັນຍາອັດລັງຕິກເໜືອ (NATO) Jens Stoltenberg ຮຽກຮ້ອງໃຫ້ Kosovo ຕ້ອງຫຼຸດຜ່ອນຄວາມເຄັ່ງຕຶງກັບຊາວ Serbia. 
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ NATO ຮຽກ​ຮ້ອງ​ໃຫ້​ອຳ​ນາ​ດ​ການ​ປົກ​ຄອງ Kosovo ຫຼຸດ​ຄວາມ​ເຄ​ັ່ງ​ຕຶງ​ສຳ​ລັບ​ຊາວ Serbia - ảnh 1ສະພາບການຢູ່ Kosovo ພາຍຫຼັງການປະທະກັນ (ພາບ: Reuters)

ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາພາຍຫຼັງ 2 ວັນເກີດການປະທະກັນຢ່າງຮຸນແຮງລະຫວ່າງກຳລັງຕຳຫຼວດ Kosovo ແລະ ກຸ່ມຄົນແຫ່ຂະບວນປະທ້ວງ Serbia ທີ່ຄັດຄ້ານເລື່ອງ ບັນດາຫົວໜ້າເຂດເປັນຊາວເຜົ່າ Albania ຮັບດຳລົງຕຳແໜ່ງຢູ່ເຂດຂອງຊາວ Serbia ຢູ່ Kosovo. ທ່ານ Stoltenberg ໃຫ້ຮູ້ວ່າ ໄດ້ແລກປ່ຽນກັບຜູ້ນຳໜ້ານະໂຍບາຍການຕ່າງປະເທດຂອງ ສະຫະພາບເອີຣົບ ກ່ຽວກັບ Kosovo, ທ່ານ Josep Borrell ແລະ ເຫັນດີເປັນເອກະພາບໂດຍຖືວ່າ 2 ຝ່າຍຕ້ອງເຂົ້າຮ່ວມການເຈລະຈາໂດຍ ສະຫະພາບເອີຣົບ (EU) ນຳໜ້າ, ພ້ອມດຽວກັນນັ້ນ Kosovo ຕ້ອງຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ບໍ່ປະຕິບັດບັນດາການກະທຳທີ່ກໍ່ຄວາມຂາດສະຖຽນລະພາບຕາມລຳພັງຝ່າຍດຽວຕື່ມອີກ.

        ຊາວ Serbia ກວມເອົາສ່ວນຫຼາຍໃນຈຳນວນປະຊາກອນໃນເຂດພາກເໜືອ Kosovo ແລະ ເຂົາເຈົ້າບໍ່ຍອມຮັບຖະແຫຼງການປະກາດເອກະລາດປີ 2008 ຂອງ Kosovo  ໂດຍແຍກຕົວອອກຈາກ Serbia.

ຕອບກັບ

ຂ່າວ/ບົດ​ອື່ນ