ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄປວາງພວງມາລາ ແລະ ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ

(VOVWORLD) - ພວງມາລາຂອງຄະນະຜູ້ແທນ ຈີນ ມີແຖວຕົວໜັງສືທີ່ວ່າ: “ປະທານ ໂຮ່ຈີມິນ, ຜູ້ນຳຂອງປະຊາຊົນ ຫວຽດນາມ ຍືນຍົງຄົງຕົວຕະຫຼອດໄປ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄປວາງພວງມາລາ ແລະ ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ຈີນ ສີຈິ້ນຜິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຈີນ ໄດ້ໄປວາງພວງມາລາ ແລະ ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ
(ພາບ: TTXVN)

        ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ຕອນເຊົ້າວັນທີ 13 ທັນວາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສປ ຈີນ ສີຈິ້ນຜິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຈີນ ໄດ້ໄປວາງພວງມາລາ ແລະ ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ.

        ພວງມາລາຂອງຄະນະຜູ້ແທນ ຈີນ ມີແຖວຕົວໜັງສືທີ່ວ່າ: “ປະທານ ໂຮ່ຈີມິນ, ຜູ້ນຳຂອງປະຊາຊົນ ຫວຽດນາມ ຍືນຍົງຄົງຕົວຕະຫຼອດໄປ”.

        ກ່ອນໜ້ານັ້ນ, ໃນມື້ທຳອິດຂອງການຢ້ຽມຢາມ (ວັນທີ 12 ທັນວາ), ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໄດ້ມີການພົບປະເຈລະຈາຂັ້ນສູງຢ່າງປະສົບຜົນສຳເລັດກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ເພື່ອຍົກອອກທິດທາງຍົກສູງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ. ການນຳ 2 ທ່ານກໍ່ໄດ້ຮັບຟັງການແນະນຳກ່ຽວກັບຂໍ້ຕົກລົງຮ່ວມມື 36 ສະບັບໃນຫຼາຍຂົງເຂດ ທີ່ໄດ້ຮັບການລົງນາມລະຫວ່າງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ