ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ສະຖາບັນການເມືອງແຫ່ງຊາດ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ສະຖາບັນໃນໄລຍະຜ່ານມາ; ພ້ອມທັງສະເໜີຝ່າຍ ຫວຽດນາມ ສືບຕໍ່ຊ່ວຍເຫຼືອ ລາວ
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ສະຖາບັນການເມືອງແຫ່ງຊາດ - ảnh 1 ທີ່ການຕ້ອນຮັບ

ວັນທີ 15 ມັງກອນ, ທີ່ນະຄອນຫລວງ ວຽງຈັນ, ລາວ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ໂດຍທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວນຖັ໊ງ, ປະທານສະພາທິດສະດີສູນກາງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເປັນຫົວໜ້າຄະນະ.

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືລະຫວ່າງ 2 ສະຖາບັນໃນໄລຍະຜ່ານມາ; ພ້ອມທັງສະເໜີຝ່າຍ ຫວຽດນາມ ສືບຕໍ່ຊ່ວຍເຫຼືອ ລາວ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດຄົ້ນຄວ້າທິດສະດີ ແລະ ວິທະຍາສາດ.

       ແລະກໍ່ໃນຕອນເຊົ້າວັນທີ 16 ມັງກອນ,  ຢູ່ນະຄອນຫຼວງວຽງຈັນ,  ທ່ານ ຫງວຽນຊວນຖັ໊ງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກໍ່ໄດ້ມອບແບບສັນຍາລັກປື້ມທິດສະດີການເມືອງ 15 ຫົວ ແປເປັນພາສາລາວ ໃຫ້ແກ່ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ. ນີ້ແມ່ນບັນດາປື້ມສະໜອງຄວາມຮູ້ໃນຂົງເຂດກໍ່ສ້າງພັກ ແລະ ລະບົບການເມືອງ, ປັບປຸງ ແລະ ເພີ່ມທະວີລະບົບກົດໝາຍ, ບົດຮຽນ ໃນການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.

ທີ່ພິທີມອບປື້ມ, ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໄດ້ເນັ້ນໜັກວ່າ ປື້ມຫົວຕ່າງໆທີ່ຝ່າຍຫວຽດນາມມອບໃຫ້ ແມ່ນມີຄຸນຄ່າສຳລັບວຽກງານຄົ້ນຄວ້າ ແລະ ຮ່ຳຮຽນ. ທາງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ຈະສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ ເພື່ອເຊື່ອມຊຶມເນື້ອໃນຈິດໃຈຂອງປື້ມເຫຼົ່ານັ້ນ ໃນໝູ່ພະນັກງານ, ສະມາຊິກພັກ, ຊ່ວຍໃຫ້ທຸກໆຄົນເຂົ້າໃຈໄດ້ເຖິງທາດແທ້ປະຕິວັດຂອງສອງຊາດ ລາວ-ຫວຽດນາມ; ຫວຽດນາມ-ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ