ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຕ້ອນຮັບຫົວໜ້າ ຫ້ອງວ່າການ ສູນກາງພັກກອມມູນິດຫວຽດນາມ

(VOVWORLD) -ໃນຂອບເຂດການຢ້ຽມຢາມລາວ, ຕອນເຊົ້າວັນທີ 22 ພະຈິກ, ທ່ານເລຂາທິການສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຫ້ອງວ່າການ ສູນກາງ ພັກກອມມູນິດຫວຽດນາມ ເລມິນຮຶງ ໄດ້ໃຫ້ເຂົ້າຢ້ຽມຄຳນັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ທອງລຸນ ສີສຸລິດ
ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຕ້ອນຮັບຫົວໜ້າ ຫ້ອງວ່າການ ສູນກາງພັກກອມມູນິດຫວຽດນາມ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານຫົວໜ້າຫ້ອງວ່າການສູນກາງພັກ ເລມິນຮຶງ

    ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ສະເໜີໃຫ້ສອງຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກວ່າອີກ, ປະຕິບັດສັນຍາຮ່ວມມືລະຫວ່າງສອງຫ້ອງວ່າການຢ່າງມີປະສິດທິຜົນ ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວຢ່າງມີໄຊ; ພ້ອມກັນນັ້ນ, ຮັກສາ ແລະ ເສີມສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ນັບມື້ນັບເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

        ຕອນບ່າຍວັນດຽວກັນ, ທ່ານເລມິນຮຶງ, ຫົວໜ້າຫ້ອງວ່າການສູນກາງພັກໄດ້ມີການເຈລະຈາກັບທ່ານຫົວໜ້າຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ທອງສະລິດ ມັງໜໍ່ເມກ. ທີ່ການພົບປະ, 2 ຝ່າຍໄດ້ຕີລາຄາບັນດາໝາກຜົນການຮ່ວມມືລະຫວ່າງ 2 ຫ້ອງວ່າການສູນກາງພັກສອງປະເທດໃນໄລຍະຜ່ານມາ; ແລກປ່ຽນບົດຮຽນໃນວຽກງານຄົ້ນຄ້ວາ ແລະ ເປັນເສນາທິການຮັບໃຊ້ວຽກງານຊີ້ນຳນຳພາຂອງພັກ ແລະ ບາງຈຸດສຸມການຮ່ວມມືລະຫວ່າງສອງຫ້ອງວ່າການສູນກາງພັກໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ