ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຈລະຈາ ກັບ ທ່ານເລຂາທິການໃຫຍ່ປະທານປະເທດ ລາວ ບຸນຍັງ ວໍລະຈິດ

(VOVWORLD) -ໃນສະພາບການຜັນແປຢ່າງສັບສົນ ແລະ ໄວວາຄືໃນປັດຈຸບັນ, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ, ມີປະສິດທິຜົນ ແລະ ສະໜັບສະໜູນເຊິ່ງກັນ ແລະກັນ, ໂດຍສະເພາະແມ່ນໃນຂອບເຂດການຮ່ວມມື ອາຊຽນ, ສະຫະປະຊາຊາດ, ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ.... 

ໂດຍໄດ້ຮັບຄໍາເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ.ລາວ ບຸນຍັງ ວໍລະຈິດ, ຕອນເຊົ້າວັນທີ 24 ກຸມພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ  ສສ. ຫວຽດນາມ ພ້ອມດ້ວຍຄະນະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ ເດີນທາງອອກຈາກຮ່າໂນ້ຍ ໄປຢ້ຽມຢາມ ລາວ ຢ່າງເປັນທາງການ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຈລະຈາ ກັບ ທ່ານເລຂາທິການໃຫຍ່ປະທານປະເທດ ລາວ ບຸນຍັງ ວໍລະຈິດ - ảnh 1ການເຈລະຈາລະຫວ່າງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ (ພາບ:TTXVN) 

        ຕອນເຊົ້າວັນທີ 24 ກຸມພາ, ຢູ່ນະຄອນຫຼວງວຽງຈັນ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ໄດ້ດໍາເນີນການເຈລະຈາລະຫວ່າງ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ບົນພື້ນຖານ ເສີມຂະຫຍາຍຈິດໃຈເປັນເອກະລາດ, ເປັນເຈົ້າຕົນເອງ ແລະ ເຈດຈໍານົງເພິ່ງຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍທ່າແຮງ ແລະ ກໍາລັງຄວາມສາມາດຂອງແຕ່ລະປະເທດ ບົນຫຼັກການສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມທັງສະຫງວນບູລິມະສິດ, ເອື້ອອໍານວຍຄວາມສະດວກໃຫ້ແກ່ກັນ ດ້ວຍລັກສະນະແຫ່ງການພົວພັນແບບພິເສດ ຫວຽດນາມ - ລາວ. ບົນເນື້ອໃນຈິດໃຈນັ້ນ, ສອງຝ່າຍເຫັນດີ ສືບຕໍ່ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ຮັກສາການພົວພັນແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈໍາ, ແບ່ງປັນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນສ້າງເສດຖະກິດມະຫາພາກເປັນປົກກະຕິ ແລະ ເປີດກວ້າງການພົວພັນ, ເຊື່ອມໂຍງເຂົ້າກັບສາກົນ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຢູ່ແຕ່ລະປະເທດ; ສ້າງເສັ້ນຊາຍແດນລະຫວ່າງສອງປະເທດໃຫ້ມີສະຖຽນລະພາບ ແລະ ໝັ້ນຄົງ.

        ການນໍາສອງທ່ານ ຢັ້ງຢືນວ່າ ໃນສະພາບການຜັນແປຢ່າງສັບສົນ ແລະ ໄວວາຄືໃນປັດຈຸບັນ, ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ, ມີປະສິດທິຜົນ ແລະ ສະໜັບສະໜູນເຊິ່ງກັນ ແລະກັນ, ໂດຍສະເພາະແມ່ນໃນຂອບເຂດການຮ່ວມມື ອາຊຽນ, ສະຫະປະຊາຊາດ, ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ.... ພ້ອມທັງເນັ້ນໜັກເຖິງຄວາມສໍາຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ,ຄວາມສະຫງົບປອດໄພ ຢູ່ທະເລຕາເວັນອອກ; ສະໜັບສະໜູນບົດບາດ ແລະ ຫຼັກການຕ່າງໆຂອງ ອາຊຽນ; ເຫັນດີຊຸກຍູ້ການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີບົນພື້ນຖານເຄົາລົບກົດໝາຍສາກົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຈລະຈາ ກັບ ທ່ານເລຂາທິການໃຫຍ່ປະທານປະເທດ ລາວ ບຸນຍັງ ວໍລະຈິດ - ảnh 2 ການນໍາສອງທ່ານ ເປັນສັກຂີພິຍານພິທີລົງນາມໃນເອກະສານ ຮ່ວມມື 9  ສະບັບ ລະຫວ່າງ ບາງກະຊວງດຂະແໜງການຂອງສອງປະເທດ

        ພາຍຫຼັງສິ້ນສຸດການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານເລຂາທິການໃຫຍ່,ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານ ຮ່ວມມື 9  ສະບັບ ລະຫວ່າງ ບາງກະຊວງດຂະແໜງການຂອງສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ