ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ​ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານ​ກອງ​ປະ​ຊຸມ​ກົມ​ການ​ເມືອງ

(VOVWORLD) - ວັນທີ 1 ພະຈິກ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫ່ຍ, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມກົມການເມືອງ ເພື່ອໃຫ້ຄຳເຫັນໃສ່ແຜນຮ່າງປັບປຸງ ແລະ ເພີ່ມເຕີມຂໍ້ຕົກລົງເລກທີ່ 163-ຂຕສກ, ວັນທີ 1 ກຸມພາປີ 2013 ຂອງກົມການເມືອງຊຸດທີ 11....
ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ, ປະ​ທານ​ປະ​ເທດ ​ຫງວຽນ​ຝູ​ຈ້ອງ ເປັນ​ປະ​ທານ​ກອງ​ປະ​ຊຸມ​ກົມ​ການ​ເມືອງ - ảnh 1 ພາບ: http://congan.com.vn/

   ກ່ຽວກັບພາລະໜ້າທີ່, ສິດອຳນາດ, ກົນໄກການເຮັດວຽກ, ການພົວພັນວຽກງານຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ແຜນຮ່າງປັບປຸງ ແລະ ເພີ່ມເຕີມຂໍ້ຕົກລົງທີ່ 159-ຂຕສກ, ວັນທີ 28 ທັນວາປີ 2012 ຂອງກົມການເມືອງຊຸດທີ 11 ກ່ຽວກັບພາລະໜ້າທີ່, ອົງການຈັດຕັ້ງຂອງຄະນະການເມືອງພາຍໃນສູນກາງພັກ.

  ທ່ານເລຂາທິການໃຫ່ຍ, ປະທານປະເທດ ຫງວຽນຝູຈ້ອງ ຢືນຢັນວ່າ: ພາຍຫຼັງເວລາກ່ວາ 6 ປີປະຕິບັດຂໍ້ຕົກລົງເລກທີ 159 ຂອງກົມການເມືອງ, ຄະນະການເມືອງພາຍໃນສູນກາງພັກ ໄດ້ຜັນຂະຫຍາຍຫຼາຍວຽກງານ, ຮອບດ້ານພໍສົມຄວນ, ຕັ້ງໜ້າ, ເປັນເຈົ້າການຄົ້ນຄ້ວາ, ເປັນທີ່ປຶກສາ, ສະເໜີຫຼາຍແຜນນະໂຍບາຍ, ທັດສະນະ, ການກຳນົດທິດໃຫ່ຍຂອງພັກ ກ່ຽວກັບວຽກງານການເມືອງພາຍໃນ; ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ປະຕິບັດໜ້າທີ່ອົງການປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງເປັນຢ່າງດີ, ເດັດດ່ຽວ, ຂ້ຽວຂາດໃນການເປັນທີ່ປຶກສາ, ຊີ້ນຳແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ຍູ້ໄວລະດັບການສືບສວນ, ຟ້ອງສານດຳເນີນຄະດີ, ພິພາກສາບັນດາຄະດີ, ແກ້ໄຂບັນດາເຫດການສໍ້ລາດບັງຫຼວງ, ເສດຖະກິດຮ້າຍແຮງ, ສັບສົນ ໄດ້ຮັບຄວາມສົນໃຈຈາກຫາງສຽງສັງຄົມ. ຕິດແທດຂໍ້ຕົກລົງເລກທີ 163 ຂອງກົມການເມືອງຊຸດທີ 11, ໃນເວລາກ່ວາ 6 ປີຜ່ານມາ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງມີຄວາມຕັດສິນໃຈສູງ, ຊີ້ນຳຢ່າງຂ້ຽວຂາດ, ມີວິທະຍາສາດ, ແໜ້ນແຟ້ນ, ມີແບບແຜນ, ສົມທົບກັນຢ່າງລະອຽດ… ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ຄະນະການເມືອງພາຍໃນສູນກາງ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງ, ປັບປຸງພັກ, ວຽກງານການເມືອງພາຍໃນ, ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ